
ຍິນດີນໍາ ພຣະອາຈາຣຍ໌ ປອ ໄພວັນ ມາລາວົງ ພຣະສົງອົງທຳອິດໃນປະເທດລາວ ທີ່ໄດ້ຮັບລາງວັນ ຊີໄຣ
25th July 2020ຂໍສະແດງຄວາມຍິນດີນໍາ ພຣະອາຈາຣຍ໌ ປອ ໄພວັນ ມາລາວົງ ທີ່ໄດ້ຮັບລາງວັນສ້າງສັນຍອດຢ້ຽມແຫ່ງອາຊຽນ (ຊີໄຣ) ກັບຜົນງານບົດກະວີ “ຫອມແຜນດິນລາວ” ເຊິ່ງເປັນນັກຂຽນໜຸ່ມ ທີມີອາຍຸນ້ອຍສຸດ 30 ປີ ໃນ ສ.ປ.ປ.ລາວ
ແລະເປັນພຣະສົງອົງທຳອິດໃນປະເທດລາວ ທີ່ໄດ້ຮັບລາງວັນວັນນະກັມ ສ້າງສັນສຸດຍອດແຫ່ງອາຊຽນປະຈຳປີ 2019 ຫຼື ຊີໄຣ (SEA Write Award) ໃນບົດກະວີ ” ຫອມແຜ່ນດິນລາວ “.
ພິທີຖະແຫລງຂ່າວຜົນການຕັດສິນຢ່າງເປັນທາງການຈັດຂຶ້ນໃນວັນທີ 24 ກໍລະກົດ 2020 ທີ່ຫ້ອງປະຊຸມ ຕຶກກະຊວງຖະແຫຼງຂ່າວ, ວັດທະນະທັມ ແລະ ທ່ອງທ່ຽວ .
.