
ຍິນດີນຳ ໂອລ້າ-ກະຕ່າຍ ມີທາຍາດແລ້ວ!
24th July 2020ເຫັນໂພສແລ້ວກໍຍິ້ມຕາມ ເມື່ອນັກຮ້ອງດັງຢ່າງ ໜຸ່ມ ໂອລ້າແບັກອາຍອອກໂພສວ່າ ມີທາຍາດນ້ອຍແລ້ວປີນີ້ ເຮັດໃຫ້ຄົນບັນເທີງ, ໝູ່ເພື່ອນ, ພີ່ນ້ອງຕ່າງສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ
.
ໂດຍຂໍ້ຄວາມໂພສວ່າ
“ມາສະຫຼອງວັນຄ້າຍວັນເກີດລ່ວງໜ້າກັບຄອບຄົວ ເເລະ ສິ່ງທີ່ດີໃຈທີ່ສຸດໃນຊີວິດ ສຳລັບຂອງຂວັນວັນເກີດປີນີ້ເເມ່ນ ພັນລະຍາທີ່ໜ້າຮັກມີນ້ອງເເລ້ວ 😍🤰 😍
ຂໍອວຍພອນໃຫ້ ຄອບຄົວມີສຸຂະພາບເເຂງເເຮງ ບໍ່ເຈັບບໍ່ໄຂ້ ຮັກຄອບຄົວເດີ້”
.
ພັນລະຍາຂອງໜຸ່ມ ໂອລ້າ ແລະ ໜຸ່ມ ໂອລ້າດີໃຈສຸດໆ ຫຼັງຈາກທີ່ແຕ່ງດອງຄອງຮັກກັນມາ 3 ປີປາຍ (ແຕ່ງທ້າຍປີ 2016) ໃນທີ່ສຸດກໍມີທາຍາດແລ້ວ ແນວໃດກໍດີໃຈນຳເດີ້