
ຈະສູ້ກັບພະຍາດຮ້າຍສຸດກຳລັງ ຂອບໃຈທຸກຄົນທີ່ຮ່ວມໃຫ້ກຳລັງໃຈ ແອນ້ອຍ ນິພົນ
24th July 2020“ຍາມເຮົາຍັງຫາຍໃຈ ເຮົາຍັງເຫັນໜ້າ ເຮົາແນມເຫັນນ້ຳໃຈ ຍາມເຈັບປ່ວຍເຮົາໄດ້ແນມເຫັນມິດໄມຕີ ຍາມມີກຳລັງວັງຊາເຮົາກໍໄດ້ຮ້ອງເພງ ຄັບກ່ອມພີ່ນ້ອງແຟນເພງ ນີ້ຄືຄວາມສຸກທີ່ສຸດໃນຊີວິດນີ້”
ນີ້ເປັນຄຳເວົ້າຂອງ ນັກຮ້ອງລູກທົ່ງລາວທີ່ເປັນລາຊາລູກທົ່ງມາດົນນານແລ້ວ ຫຼາຍຄົນໂດຍສະເພາະລຸ້ນໃຫຍ່ຮູ້ຈັກດີ ລວມທັງໄວໜຸ່ມ ກໍເຄີຍໄດ້ຍິນເພງ ແລະ ຊື່ຂອງເພິ່ນມາບໍ່ນ້ອຍເລີຍ ເພາະຜົນງານຂອງເພິ່ນມີຫຼາກຫຼາຍ
ແລະປັດຈຸບັນ ແອນ້ອຍ ນິພົນກໍຕ້ອງປະເຊີນກັບພະຍາດຮ້າຍ ຄືເປັນມະເຮັ່ງທໍ່ສົ່ງນ້ຳບີ ແລະ ໄດ້ປິ່ນປົວເຊິ່ງກໍໃຊ້ກຳລັງຊັບຫຼາຍພໍສົມຄວນ ບວກກັບການເຈັບປ່ວຍນັ້ນ ອອກງານບໍ່ໄດ້ ລາຍໄດ້ກໍລຸດລົງ ສະນັ້ນຄ່າໃຊ້ຈ່າຍທີ່ມີປົວກັນມາກໍຫຼຸດນ້ອຍຖອຍລົງ ບັນດາໝູ່ເພື່ອນແຟນເພງເຫັນແນວນັ້ນ ກໍໄດ້ຈັດການລະດົມທຶນຊ່ວຍເຫຼືອແອນ້ອຍນິພົນ ໂດຍການຈັດຄອນເສີດການກຸສົນຂຶ້ນ
ເຊິ່ງເຈົ້າໂຕກໍໄດ້ອອກມາອັດຄຣິບຂອບໃຈທຸກຄົນຕາມນີ້
ຄອນເສີດການກຸສົນຈັດຂຶ້ນມື້ນີ້ທີ່ ສະຕູບໍລິສັດ ລາວຈະເລີນສິນ ເລີ່ມເວລາ 19:00 ເປັນຕົ້ນໄປ
ສຳລັບໃຜທີ່ຢາກຮ່ວມສົມທົບທຶນເປັນກຳລັງໃຈໃຫ້ແອນ້ອຍນິພົນ ກໍສາມາດໄປຮ່ວມຫຼື ຊົມການໄລສົດ ຫຼື ບໍລິຈາກຕາມບັນຊີສ່ວນໂຕຂອງ ແອນ້ອຍ ນິພົນໄດ້