
ສູ້ໆເດີຂະນ້ອຍ ຝົນຕົກໜັກມື້ຄືນນີ້ ຖ້ວມບ່ອນນອນຂອງ ພະສົງ ຢູ່ວັດພະຂາວ ເມືອງໄຊທານີ
23rd July 2020ນໍ້າຖ້ວມບ່ອນນອນຂອງ ພະສົງ ຢູ່ວັດພະຂາວ ມື້ຄືນນີ້.
.
ໃນເວລາໃກ້ຊິແຈ້ງ ຍິນແຕ່ສຽງເມັດຝົນຕົກໃສ່ຫຼັງຄາກຸດຕິ ບາດແຮງບາດຄ່ອຍ ເຫັນແສງຟ້າແມບເຫຼືອມສອດສ່ອງເຂົ້າທາງປ່ອງຢ້ຽມທີ່ເປີດໄວ້ ປະສານກັບສຽງພະສົງ-ສາມະເນນ ທີ່ພວມຟັ່ງຟ້າວຍ້າຍເຄື່ອງຂອງທີ່ຫ້ອງນອນໄປໄວ້ທີ່ສູງ ພໍປານກັບມົດຍ້າຍຮັງ
.
ແຕ່ບໍ່ພໍເທົ່າໃດນາທີນໍ້າກໍລົ້ນເຕັມຫ້ອງແລ້ວ ບໍ່ໄດ້ນອນເລີຍ
.
ສູ້ໆເດີ່ຂະນ້ອຍ
ທີ່ ວັດພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ 23/7/2020