
ເຕືອນ! ຜູ້ຍິງມັກເຈັບທ້ອງນ້ອຍ ຄວນໄປກວດອາດເປັນພະຍາດຮ້າຍ
21st July 2020ເສຍເວລາອ່ານໜ້ອຍໜື່ງເດີ້ ຍິງຄົນໜຶ່ງໄດ້ໂພສເຊິ່ງນີ້ເປັນສາລະດີໆສຳລັບຜູ້ຍິງບໍ່ຄວນເອະໃຈ
ບໍ່ໄດ້ຄາດຄິດວ່າສິເກີດກັບໂຕເອງເລີຍ ເລີ່ມຈາກໂຕເອງເປັນປະຈຳເດືອນຊ້າ 18ປີປະຈຳເດືອນຈື່ງມາ ບາດປະຈຳເດືອນມາແລ້ວພັດ ມັກເຈັບທ້ອງນ້ອຍໂຕເອງກະຄືສິວ່າປົກກະຕິຂອງມັນກະບໍ່ໄດ້ເອະໃຈຫຍັງ
ຈົນທ້ອງເລີ່ມແຂງເຮົາກະວ່າມັນເປັນຂີ້ໂພ່ນເພາະໂຕເອງຕຸ້ຍ ຈົນມາມື້ໜື່ງກ້ອນນັ້ນໄດ້ໃຫ່ຍຂື້ນຫລັງເຈັບປະຈຳເດືອນແຮງໃຫ່ຍຂື້ນມາທາງເບື້ອງຂວາ ແລະບໍ່ມີທ່າທີວ່າສິນ້ອຍລົງ ອາການເຈັບກະເລີ່ມມາເຈັບຈົນຍ່າງບໍ່ໄດ້…
ແລ້ວໄປກວດຈື່ງພົບວ່າເປັນກ້ອນເບົ້າໃນຮັງໄຂ່ເບື້ອງຂວາ ແລະ ມີເນື້ອງອກໜ້ອຍໜື່ງ ເປັນກ້ອນໃຫ່ຍຂະໜາດ 7 ເຊັນເຄີ່ງ ຈື່ງສັ່ງຜ່າຕັດຍ້ອນຢ້ານແຕກແລະເກີດເຊື້ອມະເຮັງຫລາຍຢ່າງ.
ສະນັ້ນແລ້ວຜູ້ຍິງຄວນໝັ່ນກວດສຸຂະພາບຮ່າງກາຍ, ໃຜທີ່ປະຈຳເດືອນມາບໍປົກກະຕິ, ຮ່າງກາຍບໍປົກກະຕິຄວນພົບແພດໝໍ ປຶກສາ ເພື່ອໂຕເຮົາເອງ ເປັນຫຍັງມາຈະໄດ້ປິ່ນປົວຖືກ ແລະ ທັນເວລາ