
ສຸດຍອດ ຕະຫຼາດຂົວດິນ ບໍ່ນໍາໃຊ້ຖົງຢາງ ພລາສຕິກ ! ເຮັດໄດ້ແທ້ ຊົມເຊີຍ
19th July 2020ດຽວນີ້ ຢູ່ຕະຫຼາດຂົວດິນ ບໍ່ນໍາໃຊ້ຖົງຢາງ ພລາສຕິກ ແບບໃຊ້ເທື່ອດຽວແລ້ວຖິ້ມ (Single use plastic) ກັນແລ້ວ !! ທ່ານຮູ້ຫຼືບໍ່ວ່າ ຕະຫລາດໜອງຈັນ (ຕະຫລາດຂົວດິນ) ໄດ້ເລີ່ມຢຸດຕິການນຳໃຊ້ຖົງຢາງປລາສຕິກແລ້ວໃນມື້ນີ້ 18/05/2020 ເປັນຕົ້ນມາ.
.
ເຊິ່ງທາງຄົນຂາຍຈະບໍ່ເອົາສິນຄ້າໃສ່ຖົງຢາງພລາສຕິກໃຫ້. ສະນັ້ນ, ໃຜທີ່ຈະໄປຈັບຈ່າຍຢູ່ຕະຫຼາດຂົວດິນ ແມ່ນໃຫ້ກະກຽມຖົງຜ້າ, ກະຕ່າ ເພື່ອໄປໃສ່ສິນຄ້າທີ່ຕ້ອງການຊື້.
.
ການປ່ຽນແປງນີ້ ເປັນການປ່ຽນແປງທີ່ສຳຄັນຕໍ່ກັບສິ່ງແວດລ້ອມບ້ານເຮົາ ໃນການຫຼຸດຜ່ອນການໃຊ້ຖົງຢາງພລາສຕິກ.
.
ຕະຫຼາດ ຢູ່ບ້ານຂອງທ່ານເດ ? ເລີ້ມກັນແລ້ວ ຫຼືຍັງ ? ! ບໍ່ຢາກຕົກເທຮນ, ຢ່າລືມ ຊ່ວຍກັນຫຼຸດຜ່ອນການນໍາໃຊ້ ຖົງຢາງພລາສຕິກ ກັນເດີ້ !!!
FM 90 ລາຍງານ