
ວິທີເຮັດເຂົ້າໜົມໂອໂລ້ ເຄີຍແຕ່ຊື້ມາລອງເຮັດກິນເອງເບິ່ງກະບໍ່ຍາກປານໃດ
18th July 2020ມື້ນີ້ພາມາລອງ ແລະ ເຮັດເຂົ້າໜົມໂອໂລ້ຕາຄວາຍ ຫຼື ເຂົ້າໜົມງາທອດ ທີ່ຮູ້ຂັ້ນຕອນ,ວີທີແລ້ວ ສາມາດນໍຊາໄປເຮັດຕາມໄດ້ງ່າຍໆ ຈະກິນເອງ ຫຼື ຂາຍກໍໄດ້
ກຽມສ່ວນປະສົມ ສຳລັບ 20 ໜ່ວຍໃຫຍ່ 20 ໜ່ວຍ ມີ ແປ້ງເຂົ້າໜຽວ 200 ກາມ, ແປ້ງເຂົ້າຈ້າວ 50 ກາມ, ແປ້ງສາລີ 15 ກາມ, ຜົງຟູ 1 ບ່ວງກາເຟ, ມັນເທດ ຫຼື ມັນບົດ 150 ກາມ, ນ້ຳອຸ່ນ 150-160 ກາມ (ຖ້າແປ້ງເກົ່າອາດຈະໃຊ້ນ້ຳຫຼາຍກວ່ານີ້ ຄ່ອຍໆໃສ່ລົງໄປໃສແປ້ງນຸ່ມນຽນດີ), ເກືອ 1/2 ບ່ວງ, ນ້ຳມັນໝາກພ້າວ ຫຼື ນ້ຳມັນພືດ 20 ກາມ, ນ້ຳຕານ 70 ກາມ, ງາຂາວ
ຊັ່ງແປ້ງໃຫ້ໄດ້ລູກລະ 30 ກາມ
ສ່ວນປະສົມໄສ້ມີ ຖົ່ວຂຽວໜຶ້ງຈົນເປື່ອຍ 150 ກາມ (ຖົ່ວຂຽວແກະເປືອກອອກເ ລ້າງໃຫ້ສະອາດປະມານ 7-8 ຮອບລ້າງຈົນນ້ຳໃສໆ ແລ້ວນຳໄປແຊກັບນ້ຳພັກໄວ້ຢ່າງຕ່ຳ 5 ຊມ ກ່ອນນໍາມາໜຶ້ງ)
ເກືອ 1/2 ບ່ວງກາເຟ ຖ້າບໍ່ມັກເຄັມກໍໃສ່ 1/4 ກໍໄດ້, ນ້ຳຕານຊາຍ 50 ກາມ, ນ້ຳມັນໝາກພ້າວ ຫຼື ນ້ຳມັນພືດ 30 ກາມ, ໝາກພ້າວຂູດ 50 ກາມ ແລ້ວສັ່ງໃຫ້ໄດ້ປະມານລູກລະ 20 ກາມ
ວິທີເຮັດ
1 ຄົນປະສົມນ້ຳຕານ+ເກືອ ລົງໄປໃນນ້ຳອຸ່ນຈັດຄົນໃຫ້ລະລາຍເຂົ້າກັນ
2 ປະສົມແປ້ງເຂົ້າໜຽວ+ເຂົ້າຈ້າວ+ແປ້ງສາລີ+ຜົງຟູ ຄົນໃຫ້ເຂົ້າກັນ ຫຼັງຈາກນັ້ນໃສ່ມັນບົດ ແລະ ຄ່ອຍໆເທນ້ຳອຸ່ນລົງໄປ, ຕາມດ້ວຍນ້ຳມັນໝາກພ້າວ ນວດໃຫ້ນຽມເຂົ້າກັນ ໃຊ້ເວລາ 3-5 ນາທີ ຫຼັງຈາກນັ້ນພັກແປ້ງໄວ້ປະມານ 1 ຊມ ຄຸມແປ້ງດ້ວຍຜ້າໝາດ ຫຼື ອັນແພັກຂອງກິນໄວ້
3 ນຳຖົ່ວຂຽວທີ່ແຊ່ໄວ້ໄປໜຶ້ງ
4 ຕັ້ງກະທະ ໃສ່ນ້ຳມັນໝາກພ້າວ ຖົ່ວຂຽວ ນ້ຳຕານຊາຍ ເກືອ ຂົ້ວຈົນທຸກຢ່າງເຂົ້າກັນ ລະຫວ່າງຂົ້ວໃຊ້ຕະຫຼິວປີ້ຖົ່ວໄປພ້ອມ
5 ພໍເຂົ້າກັນແລ້ວກໍໃສ່ໝາກພ້າວຂູດລົງໄປ ຂົ້ວໃຫ້ເຂົ້າກັນ ພັກໄວ້ໃຫ້ເຢັນປັນເປັນກ້ອນ ກ້ອນລະ 20ກາມ
6 ນຳແປ້ງທີ່ພັກໄວ້ມາຕັດແບ່ງຂະໜາດໜັກປະມານ 30 ກາມ ແລ້ວເຮັດເປັນວົງມົນ
7 ແຜ່ເປັນແຜ່ນມົນໆ ແລ້ນນຳໄສ້ມາໃສ່
8 ຫຼັງຈາກນັ້ນນຳໄປຄຸກກັບໝາກງາ ເອົານ້ຳລູບກ່ອນຈັ່ງຄຸກກໍໄດ້ ງາຈະຕິດແໜ້ນ ແລະ ບໍ່ຫຼຸດອອກຫຼາຍເວລາຈືນ
9 ຕັ້ງກະທະຈົນນ້ຳເດືອດ ນຳເຂົ້າໜົມໄປຈືນໄຟອ່ອນໆ ລະຫວ່າງຈືນຕ້ອງຄົນໄປພ້ອມເພື່ອບໍ່ໃຫ້ເຂົ້າໜົມໄໝ້ຈນເຂົ້າໜົມຟູຂຶ້ນມາເອງ ກໍນຳຕະຫຼິວໄປກົດເຂົ້າໜົມຈົນໃຫ້ຟູຂຶ້ນມາອີກ ໃຊ້ເວລາທອດປະມານ 10-12 ນາທີ ພໍສຸກເຫຼືອງດີແລ້ວ ກໍນຳຂຶ້ນມາໃສ່ພາຊະນະ ໃຫ້ສະເດັດນ້ຳມັນ
10 ສຳເລັດ ພ້ອມກິນ ແລະ ເສີບໄດ້ເລີຍ.
ຈາກ: ครัวป้ามารายห์