
ປອດໄພແຂງແຮງທັງແມ່ ແລະ ລູກ ໄດ້ແຝດ 3 ຈາກການເຮັດ IUI ຊົມເຊີຍແພດໝໍລາວ
17th July 2020ເລື່ອງດີໆຂອງວົງການແພດລາວ ໂດຍຜູ້ໃຊ້ເຟດບຸກ Mimi Sengchanh Phonemixay ໄດ້ໂພສວ່າ:
ຜົນງານຂອງພະແນກປະສົມພັນທຽມຂອງໂຮງໝໍແມ່ແລະເດັກ ໂດຍການເຮັດ IUI (ສີດນຳ້ເຊື້ອເຂົ້າໃນມົດລູກ) ໄດ້ແຝດ3 ອອກໂຮງໝໍແຂງແຮງທັງແມ່ທັງລູກ
ຊົມເຊີຍຜົນສຳເລັດຂອງການຈັດຕັ້ງ, ຫົວໜ້າພະແນກ, ພະແນກເດັກແດງ ແລະ ອຳນວຍການທີ່ຄອຍສະໜັບສະໜູນ ສົ່ງເສີມ ໃຫ້ມີການພັດທະນາ ວິຊາການ ເລື້ອຍໆ
ຂໍຂອບໃຈທຸກພາກສ່ວນ ແລະ ຂໍອວຍໄຊໃຫ້ພອນຄະນະອຳນວຍການແລະໝົດທຸກຄົນຈົ່ງມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນໜ້າທີ່ການງານ