
ເຫດຄົນຕິດໃນລິຟ ໄຟດັບຫາຍໃຈບໍ່ອອກ ແລະສະລົບຢູ່ໃນນັ້ນ
16th July 2020ຄົນຕິດໃນລິຟເຂດຕະຫລາດເຊົ້າ ຊ່ວງໄຟດັບຫາຍໃຈບໍ່ອອກສະລົບຢູ່ໃນນັ້ນ
ໃນວັນທີ 16/07/2020 ເວລາ10:16ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດ ຄົນຕິດໃນລິຟ ຢູ່ຫ້າງຊັບປະສີນຄ້າແຫ່ງນື່ງແຖວຕະຫລາດເຊົ້າ ເມືອງຈັນທະບູລີ ຈັນ ນະຄອນຫລວງ.
ເປັນເພດຍິງ ອາການເບື້ອງຕົ້ນແມ່ນຂາດອົກຊີ່ເຈນ ຫົວໃຈເຕັ້ນຊ້າ ຫມົດສະຕິ
ກູໄພ້ 1624 ຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍ ມະໂຫສົດ ຂໍໃຫ້ປອດໄພ
Cr: 1624