
ສຽງເພງເຮັດໃຫ້ພວກເຮົາຮູ້ຈັກເຂົາ 2 ໜຸ່ມນ້ອຍບ້ານນາ ເຈົ້າຂອງເພງ ຜູ້ບ່າວລົດໄຖ, ໃສ່ໃຈໄດ້ແຕ່ມອງ
14th July 2020ນັບວ່າເດັກນ້ອຍສະໄໝໃໝ່ນີ້ ຄວາມສາມາດ ສາຍແວວແຕ່ນ້ອຍຫຼາຍຄົນ ແລະ ໂດ່ງດັງຂຶ້ນມາພຽງຂ້າມຄືນກໍມີ ໂດຍສະເພາະທາງດ້ານການບັນເທີງ ທຳນອງເພງທີ່ມ່ວນ ຕິດປາກ, ຕິດຫູຄົນຟັງ ແລະ ຖຶກນຳໄປຮ້ອງ ໄປໃຊ້ໃນແອັບຕ່າງໆ ເຮັດໃຫ້ເຂົາເຈົ້າເປັນທີ່ຮູ້ຈັກ ບໍ່ວ່າແຕ່ພາຍໃນ ເພາະເຫັນຕ່າງປະເທດ, ປະເທດເພື່ອນບ້ານກໍ ຟັງເຊັ່ນກັນ
.
ທີ່ກ່າວຢູ່ນີ້ ສາຍບັນເທີງຄົນໄດ້ຟັງເພງ ຜູ້ບ່າວລົດໄຖ ແລະ ເພງ ໃສ່ໃຈໄດ້ແຕ່ມອງ ແລ້ວແມ່ນບໍ່
ເພງດັ່ງກ່າວເປັນຜົນງານຂອງ 2 ອ້າຍນ້ອງ ເຈມ JameUno ອາຍຸ 19 ປີ ແລະ ກູດ GX2 ອາຍຸ 18 ປີ ຄື ເພງ ຜູ້ບ່າວລົດໄຖ, ເພງ ໃສ່ໃຈໄດ້ແຕ່ມອງ…..
.
ແອັດເຂົ້າໄປສ່ອງ ແລະ ຟັງເພງຂອງທັງ 2 ມາແລ້ວ ໃນຊ່ອງຢູ່ທູບ ຍັງມີອີກຫຼາກຫຼາຍຜົນງານເພງທີ່ມ່ວນ ທັງເນື້ອງຮ້ອງ ແລະ ດົນຕີທີ່ກິນໃຈ ກົງໃຈໃຜຫຼາຍຄົນແນ່ນອນ ອານາຄົດວົງການເພງຍບ້ານເຮົາແນວນີ້ຄົງໄປໄດ້ໄກ ເພາະຄົນລາວ ຫັນມາຟັງເພງລາວ ຫຼາຍ ລວມທັງຊາວຕ່າງຊາດ ແນວໃດກໍເປັນາລັງໃຈໃຫ້ ຝາກຕິດຕາມຜົນງານເພງຂອງທັງ 2 ແລະ ສິນລະປິນຄົນອື່ນໆ ເພື່ອເປັນກຳລັງໃຈໃຫ້ເຂົາເຈົ້າຜະລິດຜົນງານເພງດີໆອອກມາແບບນີ້ຕະຫຼອດໄປ
.