
ອົດໃຈຖ້າ ນ້ຳປຽນຢໍລະປ່າ, ແຫ່ງທ່ອງທ່ຽວໃໝ່ ກຽມຈະເປີດໃຫ້ທ່ຽວແລ້ວ ໄວໆນີ້
13th July 2020ສາຍທ່ຽວ, ຂາເລາະທັງຫຼາຍ ໄດ້ເຫັນແລ້ວຄົງຢາກໄປແລ້ວແມ່ນບໍ່
ກຽມໂຕ, ກຽມໃຈ ແລະ ຊວນໝູ່ໆ, ຄົນຮູ້ໃຈ, ຄອບຄົວ ປັກໝຸດໄວ້ກຽມໄປເລີຍ ເພາະເພິ່ນກຽມເປີດສະຖານທີ່ທ່ອງທ່ຽວໃໝ່ນີ້ແລ້ວ ບໍ່ໃກ້ ບໍ່ໄກ ຢູ່ແຖວພູເຂົາຄວາຍ
.
.
ນັ້ນຄື ຣີສອດ ນໍ້າປຽນຢໍລະປ່າ ທີ່ເປັນສາຂາຂອງ ນ້ຳກັດຢໍລະປາ (ແຂວງອຸດົມໄຊ) ແບບນີ້ເຮົາບໍ່ຕ້ອງໄປໄກເຖິງອຸດົມໄຊ ກໍສາມາດສຳຜັດຄວາມງາມ ແລະ ກິດຈະກຳຕ່າງໆ, ທຳມະຊາດທີ່ສວຍງາມໄດ້ທີ່ນະຄອນຫຼວງວຽງຈັນ
.
.
ນໍ້າປຽນຢໍລະປ່າ ຢູ່ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ກຽມເປີດບໍລິການໃນໄວໆນີ້ ຕາມຮູບພາບ ແລະ ແຫ່ງຂ່າວໃຫ້ຮູ້ວ່າທີ່ນັ້ນມີຫຼາກຫຼາຍກິດຈະກຳ ບໍ່ວ່າຈະເປັນໄຕເຊືອກຕາມຕົ້ນໄມ້, ຂີ່ລົດ, ບ່ອນຈຸດຊົມວິວ, ນັ່ງພັກຜ່ອນ, ນັ່ງດື່ມກາເຟຊົມທຳມະຊາດ ກຽມໂຕໄປທ່ຽວທຸກຄົນ
.
.