
ເປັນກຳລັງໃຈໃຫ້ຢີ່ປຸ່ນ ເກີດນ້ຳຖ້ວມຄັ້ງໃຫຍ່ ຢູ່ເກາະຄິວຊູ ຢີ່ປຸ່ນ
5th July 2020ຢີ່ປຸ່ນ ສູ້ໆ ✌️ Pray for Japan 🇯🇵
.
ເກີດເຫດນໍ້າຖ້ວມໃຫຍ່ ຢູ່ເກາະຄິວຊູ ຈໍາເປັນຕ້ອງອົບພະຍົກ 200,000 ຄົນ, ເສຍຊີວິດໄປແລ້ວ 16 ຄົນ.
.
ໃນວັນເສົາ ທີ່ 4 ກໍລະກົດ 2020 ທີ່ຜ່ານມາ ເກີດມີ ຝົນຕົກໜັກ ເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ເກີດນໍ້າຖ້ວມຮຸນແຮງ ຖ້ວມບ້ານເຮືອນປະຊາຊົນ ຢູ່ແຂວງຄຸມາໂມໂຕ້ ແລະ ແຂວງ ຄາໂຄຊິມາ ເຮັດໃຫ້ລັດຖະບານຕ້ອງອົບພະຍົກ ປະຊາກອນ 2 ແສນກ່ວາຄົນ ໄປຢູ່ເຂດທີ່ປອດໄພ.
.
.
ນອກຈາກນີ້ ຍັງເກີດມີເຫດການດິນເຈື່ອນ ແລະນໍ້າໄຫຼສຸ ພັດເອົາເຮືອນຊານຂອງປະຊາຊົນໄຫຼໄປຕາມນໍ້າ ແລະ ພົບຜູ້ເສຍຊີວິດແລ້ວ ທັງໝົດ 16 ຄົນ.
.
.
Asahi