
ແມ່ຈຳໃຈລັກເຄື່ອງນັກຮຽນມາໃຫ້ລູກ ຢ້ານລູກບໍ່ມີເຄື່ອງນຸ່ງໄປໂຮງຮຽນ ເພາະຕົນແລະສາມີຕົກງານ ບໍ່ມີເງິນແລ້ວ
3rd July 2020ເປັນຂ່າວທີ່ເສົ້າ, ແຕ່ກໍສະແດງເຖິງຄວາມຮັກໃນຜູ້ເປັນແມ່ ເຖິງວ່າມັນຈະຜິດທີ່ໄປລັກຂອງຄົນອື່ນມາ ແຕ່ທັງນີ້ກໍເພື່ອລູກ ເພື່ອອານາຄົດຂອງລູກ ຍອມເຮັດໃນສິ່ງທີ່ຮູ້ວ່າຜິດ ດັງເລື່ອງນີ້ຈາກປະເທດໄທ ທີ່ໜ້າເວທະນາ ຍິງໄວກາຄົນ ລັກຊຸດນັກຮຽນໄປໃຫ້ລູກ ເພາະຢ້ານລູກບໍ່ມີເຄື່ອງໃສ່
ວັນທີ 30 ມິຖຸນາ 2020 ຕຳລວດສະຖານີ 2563 ອຳເພີຫຼັງສວນ ຈັງຫວັດຊຸມແພ ຮັບແຈ້ງຈາກເຈົາໜ້າທີ່ຮັກສາຄວາມປອດໄພຂອງຫ້າງສັບພະສິນຄ້າແຫ່ງໜຶ່ງ ວ່າ ມີຄົນລັກເຄື່ອງໃນຫ້າງ ຈຶ່ງໄດ້ເຂົ້າຈັບ
ຄວບຄຸມໂຕຍິງສາວໄວ 26 ປີ ແລະ ເດັກຍິງ 8 ປີ ພ້ອມດ້ວຍຂອງກາງເປັນເສື້ອນັກຮຽນ, ກະໂປ່ງ ແລະ ເກີບນັກຮຽນຜ້າໃບ, ຊຸດນັກຮຽນຊາຍຈຳນວນໜຶ່ງ
.
ຍິງຄົນກາງຄົນເວົ້າວ່າ ມື້ອື່ນໂຮງຮຽນເປີດເທີມ ລູກສາວ ແລະ ລູກຊາຍ ຖານະຄອບຄົວບໍ່ດີ, ທຸກຫຼາຍ ບໍ່ມີເງິນຊື້ຊຸດໃຫ້ລູກໆ ປະກອບກັບສະພາວະໂຄວິດລະບາດ ບໍ່ໄດ້ເຮັດວຽກ ບໍ່ມີໃຜຈ້າງ ບໍ່ມີລາຍຮັບ ທັງຕົນ ແລະ ສາມີ ບໍ່ມີວຽກເຮັດເລີຍ
ຈຶ່ງຕັດສິນໃຈລັກມາໃຫ້ລູກໆ ຈາກເຫດການດັງກ່າວ ລູກຄ້າຄົນອືນເຫັນ ເລີຍບໍລິຈາກເງິນຈຳນວນ 1.200 ບາດ ເພື່ອເປັນຊຸດນັກຮຽນໃຫ້ກັບຍິງຄົນດັ່ງກ່າວ ພ້ອມທັງຊ່ວຍເຈລະຈາກັບຫ້າງບໍ່ໃຫ້ເອົາເລື່ອງ ຄະດີທາງອາຍາແກ່ຄອບຄົວນີ້
ຫຼັງຈາກນັ້ນກໍໄດ້ກ່າວຕັກເຕືອນຍິງຄົນນັ້ນວ່າ ບໍ່ໃຫ້ເຮັດແບບນີ້ອີກເດັດຂາດ ຕຳຫຼວດຈຶ່ງໄດ້ບັນທຶກເຫດການໄວ້ ພ້ອມທັງປ່ອຍຍິງຄົນນັ້ນກັບລູກສາວໃຫ້ກັບເຮືອນ
ຈາກ: ตระเวนข่าว3