
ແຈ້ງຂ່າວບຸນ ບຸນສະຫຼອງຄັນທະກຸດີ ແລະ ມະຫາເຖຣາພິເສກ ຍາທ່ານມະຫາເຫວດ ມະເສໄນ ທີ່ ວັດສີສະເກດ
1st July 2020ພວກຂ້ານ້ອຍທັງຫຼາຍ ພາຍໃນມີພຣະສົງສາມະເນນເປັນເຄົ້າ ພາຍນອກມີເລຂາພັກບ້ານ ນາຍບ້ານ, ແນວໂຮມ, ສະຫະພັນແມ່ຍິງ, ອົງການຈັດຕັ້ງຊາວຫນຸ່ມ, ອົງການຈັດຕັ້ງ ປກສ, ປກຊ, ເຖົ້າແກ່ຜູ້ຊົງຄຸນວຸດທິ ພ້ອມດ້ວຍພໍ່ແມ່ປະຊາຊົນ ບ້ານຊຽງຍືນ ຕະຫຼອດເຖິງສິດສານຸສິດທັງຫຼາຍ ຈະໄດ້ພ້ອມພຽງກັນເຮັດບຸນສະຫຼອງຄັນທະກຸດີ ແລະ ມະຫາເຖຣາພິເສກ ຍາທ່ານມະຫາເຫວດ ມະເສໄນ, ພິທີທັງໝົດຈະໄດ້ຈັດຂຶ້ນຢູ່ທີ່ ວັດສີສະເກດ ດັ່ງລາຍລະອຽດລຸ່ມນີ້:
ວັນສຸກ ຂຶ້ນ 13 ຄໍ່າ, ເດືອນ 8, ພສ 2563 (03/07/2020)
ເວລາ 08:00 ມ. ເຕົ້າໂຮມພຣະສົງສາມະເນນ ແລະ ອອກຕົນຍາດໂຍມ
ເວລາ 08:30 ມ. ພິທີສູດປະຣິດຕະມຸງຄຸນ, ຖວາຍຄັນທະກຸດີ ແລະ ພິທີມະຫາເຖຣາພິເສກ(ຫົດສົງ)
ເວລາ 11:00 ມ. ຖວາຍພັດຕາຫານເພນ ແລະ ຍາດໂຍມຮັບປະທານອາຫານທ່ຽງ ແລ້ວຈົບພິທີ.
ດັ່ງນັ້ນ, ຈິ່ງຂໍອາລາດທະນານິມົນພຣະສົງສາມະເນນ ແລະ ຂໍເຊີນຊວນອອກຕົນຍາດໂຍມ ຕະຫຼອດເຖິງສິດສານຸສິດທັງຫຼາຍ ເພື່ອຮ່ວມເປັນເຈົ້າສັດທາ ແລະ ບໍາເພັນບຸນກຸສົນໃນຄັ້ງນີ້ໂດຍທົ່ວເຖິງກັນທຸກທ່ານເທີ້ນ.