
ຊົມເຊີຍ ໂຮງຮຽນແກ້ວປັນຍາ ແຂວງຫົວພັນ ອີກໜຶ່ງແນວຄິດໃຫ້ເດັກຮູ້ຈັດການຂີ້ເຫຍື້ອສ້າງມູນຄ່າ
1st July 2020ນັບວ່າເປັນໂຮງຮຽນແບບຢ່າງດ ໂຕແບບໃນຫຼາຍໆດ້ານເລີຍ ສຳລັບ ໂຮງຮຽນແກ້ວປັນຍາ ແຂວງຫົວພັນ ທີ່ກ່ອນໜ້ານີ້ເຮັດໃຫ້ຫຼາຍໆຄົນຮູ້ຈັກໂຮງຮຽນນີ້ ໂດຍທີ່ໃຫ້ນັກຮຽນງົດໃຊ້ພາສຕິກ ໃຊ້ກະບອກໄມ້ໃຜ່ແທນຈອກນ້ຳ
ເຮັດໃຫ້ໂຮງຮຽນເປັນສີຂຽວ, ຝຶກນັກຮຽນ, ຄູອາຈານໃຫ້ຮູ້ຮັກທຳມະຊາດ, ຮູ້ຄຸນຄ່າທຳມະຊາດ ແລະ ປູກຕົ້ນໄມ້ຕ່າງໆ
ຫຼ້າສຸດກໍເອົາຈິງເອົາຈັງ ກັບການຈັດການຂີ້ເຫຍື້ອ ດ້ວຍການສ້າງຕັ້ງ ກອງທຶນສິ່ງແວດລ້ອມ ຂອງໂຮງຮຽນຂຶ້ນ ຕັ້ງເປົ້າ ໃຫ້ນັກຮຽນໃນໂຮງຮຽນ ຮູ້ຄຸນຄ່າຂອງຂີ້ເຫຍື້ອ ແລະ ຊ່ວຍຈັດການຂີ້ເຫຍື້ອ ທີ່ເກີດຂຶ້ນ ໃນຊຸມຊົນ ໃຫ້ຖືກຕ້ອງ ແລະສ້າງມູນຄ່າໄດ້ !!!
ປະຈຸບັນ ນັກຮຽນທຸກໆຄົນ ແມ່ນເຮັດຢ່າງຈິງຈັງ ໃນການວາງແຜນການແຍກ ເສດຂີ້ເຫຍື້ອ ຢ່າງເປັນລະບົບເຊັ່ນ:
1 ຂີ້ເຫຍື້ອທີ່ສາມາດຂາຍໄດ້
2 ເສດຖົງຢາງ ຕຸກນໍ້າ ນຳໄປເຮັດ ອີໂຄບລິກ
3 ເສດອາຫານນຳໄປເຮັດປຸຍຊີວະພາບ ແລະ ອື່ນໆ
ຖືເປັນໂຮງຮຽນໜຶ່ງທີ່ດີ ໃຫ້ນັກຮຽນໄດ້ປະກອບສ່ວນ ແລະ ເຮັດແທ້ທຳຈິງ ແລະ ເບິ່ງນ້ອງໆຈະຊຶມຊັບ ແລະ ມ່ວນກັບກິດຈະກຳຄູ່ການຮຽນຮູ້ນີ້ສຸດໆ
ໂຮງຮຽນທີ່ທ່ານຮຽນຢູ່ເດ ມີວິທີຈັດການຂີ້ເຫຍື້ອ ແນວໃດ ?
.
.
ພາບໂດຍ: ອາຈານ ຄໍາແກ້ວ