
ວ້າວ! ທຳມະຊາດງາມສຸດໆ ແຂວງໄຊສົມບູນ ໄປຖ່າຍຮູບ ກັບພູ ແລະ ຜາ ນຳກັນບໍ່
1st July 2020ນຳເອົາການລີວິວ ທ່ຽວ ໄຊສົມບູນ ມາໃຫ້ແຟນເພຈ໌ ໄດ້ຮູ້ກັນ ແຂວງໄຊສົມບູນອີກໜຶ່ງແຂວງທີ່ຫງຽບສະຫງົບ ແລະ ເຕັມໄປດ້ວຍທຳມະຊາດທີ່ສວຍງາມ, ວັດທະນະທຊາທີ່ໜ້າສົນໃຈຫຼາຍຢ່າງ ເຊິ່ງທາງເພຈ໌ Topper Mst ທີ່ເພິ່ນໄປ ແລະ ໄດ້ແນະນຳມາ ໃຊ້ເວລາ 3ມື້ 2ຄືນ (5 ຄົນ ໃຊ້ງົບຄົນລະ 300,000 ກີບ – 500,000ກີບ ) ເທົ່ານັ້ນອີ່ຫຼີ່ ມີເງິນເທົ່ານີ້ກໍໄປທ່ຽວໄດ້ແລ້ວ
ເຊິ່ງໄລຍະທາງຈາກ ວຽງຈັນມາ ໄຊສົມບູນປະມານ 223 ກິໂລ ໃຊ້ເວລາ 4-6ຊົ່ວໂມງ (ເອົາລົດມາເອງ)
ເພິ່ນບອກໄວ້ວ່າ: ຖ້າຈ້າງລົດມາເອງ
ຄ່າລົດ ປະມານ 90,000ກີບ ສາມາດຂຶ້ນໄດ້ຢູ່ຄິວລົດ ລົດມີ 7 ໂມງເຊົ້າ, 8ໂມງ 10ໂມງ (ລົດອອກທຸກ 30ນາທີ) ແລະ 12ໂມງ ແມ່ນ ຖ້ຽວສຸດທ້າຍ (ຖ້າເອົາລົດມາເອງແມ່ນ ຈະບໍ່ມີລົດເພື່ອ ໄປສະຖານທີ່ຕ່າງໆເນື່ອງຈາກແຖວນີ້ຍັງ ບໍ່ມີລົດໃຫ້ເຊົ່າ)
.
ເລີ່ມໄປກັນເລີຍ ບ່ອນທ່ຽວມີ ພູຫົວໂລ້ນ, ນໍ້າ ວັງຂຽວ, ຜ່ານາງເຢ້, ຕີນພູເບ້ຍ, ໄປຖ່າຍຮູບ ກັບ ພູ ແລະ ຜາ ຕອນຕາເວັນ ຂຶ້ນ ແລະ ຕາວັນຕົກ ກັບທະເລໝອກ ງາມສຸດ…..
.
ມື້ທີ 1 ເດີນທາງຈາກ ວຽງຈັນ ມາ ໂດຍ ມາທາງ ຫຼັກ 36 , ພໍມາຮອດ ບ້ານທາງບົກ (ປະມານ 1ຊົ່ວໂມງ ) ຈະມີທາງແຍກ ເຂົ້າມາ ທາງລ້ອງຊານ (ຈາກທາງ ແຍກເຂົ້າມາ ໃຊ້ເວລາ ປະມານ 3-4ຊົ່ວໂມງ ເນື່ອງຈາກວ່າ ທາງແຄບ ແລະ ມີບາງເຂດ ມີການກໍ່ສ້າງ ແລະ ກໍ່ຄ່ອຍຂີ່ມາເພື່ອ ແວະຖ່າຍຮູບນໍາທາງ )
.
ມາຮອດໄຊສົມບູນແລ້ວ ຢ່າລືມ ຫາບ້ານພັກກ່ອນເດີ 😬 ດຽວບໍ່ມີບ່ອນນອນ (ເນື່ອງຈາກບ້ານພັກໃນເຂດ ຈໍາກັດ ແລະ ເຕັມຕະຫຼອດ ຕ້ອງຈອງກ່ອນ )
ຈຸດທີ່ 1 ນໍ້າເຢ້ (ຂີ່ລົດອອກຈາກຕົວເມືອງ ປະມານ 3-4 ກິໂລ) ເຮົາມາເລີ່ມຖ່າຍຮູບ ສາຍນໍ້າ ແລະ ຕາເວັນຕົກດິນໄປນໍາກັນ, ພໍມາຮອດຕອນຄໍ່າ ກໍ່ກຽມໂຕເຂົ້ານອນ ເພື່ອ ມື້ທີ່ 2 ຈະໄດ້ ໄປເລາະຖ່າຍຮູບກັບສະຖານທີ່ຕ່າງໆ ໃນຕອນຕາເວັນຂຶ້ນ (ແລ້ວແຕ່ບາງມື້ ຖ້າໂຊກ ດີກໍ່ອາດຈະໄດ້ເຫັນຕາເວັນຂຶ້ນ ແຕ່ສ່ວນຫຼາຍແມ່ນຈະມີໝອກ ແລະ ຝົນ)
ມື້ທີ 2 ຈຸດທີ່ 2 ພູຫົວໂລ້ນ, ຕື່ນແຕ່ເຊົ້າ 5ໂມງ ເພື່ອ ໄປຖ່າຍຮູບຢູ່ພູຫົວໂລ້ນ ເວລາຂຶ້ນໄປມີຫຼາຍທາງຂຶ້ນ ໂຮງແຮມນໍ້າຈ້າ ເອົາລົດໄປຈອດໄວ້ ບ່ອນ ໄວ້ໃກ້ໆ ບ້ານປະຊາຊົນ ແລ້ວ ຍ່າງຂຶ້ນໄປເທິງພູປະມານ (ໃຊ້ເວລາ15-30ນາທີ) ແລ້ວແຕ່ຈຸດ ຖ່າຍຮູບ
ຈຸດທີ່ 3 ຜ່ານາງເຢ້ ແມ່ນສາມາດຂີ່ລົດເລາະຖ່າຍຕາມທາງໄດ້ເລີຍຈະມີ ບ່ອນໃຫ້ຂຶ້ນ ແລະແວະຖ່າຍ ຮູບຢ່າງຫລວງ ຫລາຍ ແລ້ວແຕ່ ມຸມຂອງ ແຕ່ລະຄົນ ແລະ ຫຼັງຈາກນັ້ນກໍ່ໄປເລາະຖ່າຍຮູບຕີນ ພູເບ້ຍ ກັບທ່ຽວຊົມຊິວິດການເປັນຢູ່ ແບບວິຖີຊາວບ້ານກັນ ແບບ ລົວໆ
(ຈົບທຣິບ ກັບບ້ານກັນເລີຍ)
ຄ່າໃຊ້ຈ່າຍທຫງຫມົດ, ຄ່ານໍ້າລົດຫານກັນຖືກຄົນລະ 100,000ກີບ, ຄ່າໂຮງແຮມ ມື້ ລະ 100,000ກີບ ຕົກເປັນເງິນ ຄົນລະ 50,000ກີບ ( 2 ຄືນຖືກຄົນລະ100,000ກີບ )
ຄ່າອາຫານ 7 ຄາບ ຕົກຢູ່ຄົນລະ ປະມານ 200,000ກີບ, ຄ່າໃຊ້ຈ່າຍເລັກໆນ້ອຍໆ 100,000ກີບ
ລວມເປັນເງິນທີ່ໃຊ້ໃນທຣິບແມ່ນ 500,000ກີບ, ສຳຫຼັບຄົນທີ່ມາຢ່າລືມຮັກສາຄວາມສະອາດຊ່ວຍກັນແນ່ເດີ
ແບບນີ້ກໍກຽມແຜນດ ຊວນໝູ່ໄປທ່ຽວນຳກັນໄດ້ເລີຍ
ຈາກ: Topper Mst