
ຟັງເລີຍເພງ “ວັນນີ້ບໍ່ມີພໍ່” ບິກ ໜູຫ່ວງ, ຝາກເຖິງພໍ່ຄົນເທິງຟ້າທີ່ຍັງຢູ່ໃນໃຈເຮົາຕະຫຼອດໄປ ກິດາວເພັດ ໜູຫ່ວງ
1st July 2020ນັບເປັນເລື່ອທີ່ໂສກເສົ້າຂອງວົງການບັນເທີງລາວທີ່ໄດ້ສູນເສຍບຸກຄົນສຳຄັນໃນວົງການ ຍ່າງ ກິດາວເພັດ ໜູຫ່ວງ ລາຊາເພງລູກທົ່ງບ້ານນາ, ຫົວໜ້າວົງດົນຕີໜຸ່ມກສິນ ທີ່ມີຜົນງານໂດ່ງດັງຫຼາຍຜົນງານ ທີ່ຫຼາຍໆຄົນຮູ້ຈັກ
ລ່ວງລັບໄປຫວ່າງທ້າຍເດືອນເມສາ 2020 ແຟນເພງ ມ່ວນຊົນຮ່ວມໄວອາໄລ, ໃຫ້ກຳລັງໃຈຄອບຄົວກັນຢ່າງລົ້ນຫຼາຍ
ຫຼ້າສຸດທີ່ບອກໄວ້ວ່າ ບິກ ລູກຊາຍ ຂອງ ກິດາວເພັດໜູຫ່ວງ ທີ່ໄດ້ກຽມອອກຜົນງານເພງໃໝ່ ຫຼ້າສຸດຫຼັງພໍເສຍ
ປັດຈຸບັນກໍໄດ້ປ່ອຍຜົນງານເພງອອກມາແລ້ວ
.
ເພງ ວັນນີ້ທີ່ບໍ່ມີພໍ່ ຮ້ອງໂດຍ ບິກ ວິລະຍຸດ ໜູຫ່ວງ ປະພັນໂດຍ ອຈ ໄພວັລຍ ເມກອະຣຸນ໌, ດົນຕຣີ ອຈ ພົນ ຮຸ່ງເພັດ