
ເກີດຫຍັງຂຶ້ນ ກອງປະກວດນາງສາວລາວ ໂພສ ຈູມມະລີ ບໍ່ໄດ້ຢູ່ໃນສັງກັດ ນາງສາວລາວ
29th June 2020ບໍ່ຮູ້ວ່າເກີດຫຍັງຂຶ້ນກັບສາວທີ່ເຄີຍປະກວດໃນເວທີນາງງາມ ຢ່າງ ນາງສາວລາວ ຈົນທາງກອງປະກວດອອກມາປະກາດວ່າ
ໃນນາມການກອງປະກວດນາງສາວລາວ Miss Laos ຂໍຊີ້ແຈງວ່າ ນາງ ຈຸມມະລີ ໄຊວຸດທິ ເຊິ່ງເປັນ ໜຶ່ງໃນຜູ້ເຂົ້າປະກວດນາງສາວລາວ 2019 ໝາຍເລກ ML30
ເປັນພຽງຜູ້ເຄີຍເຂົ້າມາປະກວດ ນາງສາວລາວ ໃນປີ 2019 ເທົ່ານັ້ນ, ກອງປະກວດ ບໍ່ມີສ່ວນກ່ຽວຂ້ອງຕໍ່ການກະທຳໃດໆຂອງຜູ້ກ່ຽວ
ເຊິ່ງວ່າຜູ້ກ່ຽວແມ່ນບໍ່ໄດ້ໃຊ້ນາມສະກຸນ ນາງສາວລາວ,
ປະຈຸບັນ ໄດ້ເກີດມີການເຂົ້າໃຈຜິດຕໍ່ບັນດາແຟນຄລັບຂອງນາງສາວລາວ ແລະ ໄດ້ຮັບຜົນກະທົບອ້ອມຂ້າງຕໍ່ບັນດານ້ອງໆຜູ້ທີ່ໄດ້ຮັບຕໍາແໜ່ງນາງສາວລາວ
ດັ່ງນັ້ນ ຈິ່ງຂໍຊີ້ແຈງມາຍັງທີ່ນີ້ວ່າ ຜູ້ກ່ຽວບໍ່ໄດ້ຢູ່ໃນການດູແລຂອງກອງປະກວດ, ການກະທຳຂອງຜູ້ກ່ຽວ ບໍ່ໄດ້ກ່ຽວຂ້ອງກັບກອງປະກວດ ນາງສາວລາວ ແຕ່ຢ່າງໃດ
ແຈ້ງເພື່ອຊາບ ຂໍຂອບໃຈ
ທັງນີ້ທັງນັ້ນແອັດໄປສ່ອງໃນຄອມເມັ້ນເຫັນເຂົາເມັ້ນກັນວ່າ ສາວຄົນນີ້ໄປເປັນນ້ອຍເຂົາ ເຊິ່ງບຊ່ຮູ້ວ່າແມ່ນຄວາມຈິງຫຼື ບໍ່ແນວໃດ ຕິດຕາມຕອນຕໍ່ໄປ ແນວໃດທາງກອງປະກວດເພິ່ນໍອອກມາຊີ້ແຈງ ແລະ ແຈ້ງແບບນັ້ນ ຂໍໃຫ້ທຸກຄົນມີສະຕິໃນການເສບຂ່າວ ແລະ ຢ່າເວົ້າໄປຕ່າງໆນາໆ ຫາກບໍ່ຮູ້ຄວາມຈິງ, ຫຼືຮູ້ຖ້າເສື່ອເສຍກໍຢ່າເລີຍດີກວ່າ ໃຜທີ່ເຮັດຫຍັງບໍ່ດີໄວ້ຜົນກຳກໍຈະຕາມທັນເອງເນາະ
.
MissLaos2019, MissLaos2020soon, KhonpanyaEntertainmentEventAndOrganizer