
ນີ້ຄືສວນຈໍາລອງ “ນາຫຼົກ” ເຂດ ວັດປ່າພະບາດ ພູເຂົາຄວາຍ
29th June 2020ເຄີຍໄປທ່ຽວ “ນາລົກ” ກັນແລ້ວຫຼືຍັງ ? ຖາມແບບນີ້ຄົງບໍ່ມີໃຜຢາກໄປເນາະ ໄດ້ຍິນວ່ານາລົກ ກໍບໍ່ມີໃຜຍາກໄປ ແຕ່ຖ້າບໍ່ຢາກໄປກໍປະຕິບັດຕົນຮັກສາສິນ, ເປັນຄົນດີເດີ້
.
ແຕ່ຖ້າໃຜຢາກຮູ້ວ່ານາລົກເປັນແບບໃດ ບ້ານເຮົາມີຈຳລອງໃຫ້ເບິ່ງເດີ້ ທີ່ ສວນຈໍາລອງ “ນາລົກ” ຕັ້ງຢູ່ໃນເຂດ ວັດປ່າພະບາດ ພູເຂາຄວາຍ, ເຂົ້າໄປທາງ ບ້ານ ນານົກຂຸ້ນ ເມືອງທຸລະຄົມ ແຂວງວຽງຈັນ.
.
ບັນດາທ່ານ ຈະໄດ້ຮຽນຮູ້ຕື່ມ ກ່ຽວກັບ ເລື້ອງລາວ ທີ່ເກີດຂຶ້ນ ຢູ່ໂລກ ນາລົກ ແລະ ສາດສະໜາພຸດ ! ມີເວລາກໍໄປສຶກສາ ພາລູກຫຼານໄປ ເພື່ອແນະນາສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດເດີ້
.
.
ພາບໂດຍ: ທອງວັນ