
ຖ່າຍທອດອາລົມເສົ້າ ຕ້ອງເສຍແຟນໃຫ້ໜຸ່ມໃນເມືອງ ຜ່ານເພງ “ສາວບ້ານນາປ່ຽນໄປ” Zamio-p
28th June 2020ຟັງເພງນີ້ທີ່ອາດຈະຄືກັບຊີວິດຂອງໃຜຫຼາຍໆຄົນທີ່ຕ້ອງສູນເສຍຜູ້ສາວອັນເປັນທີ່ຮັກ ຍ້ອນຄວາມຫ່າງໄກ ໂດຍທີ່ເຂົາມາຮຽນໃນເມືອງຢູ່ເມືອງໃຫຍ່
ມີໝູ່ ພໍ້ຜູ້ຄົນທີ່ດີໆກວ່າຢ່າງຫຼວງຫຼາຍ ເຊິ່ງຄຳສັນຍາທີ່ໃຫ້ໄວ້ເຂົາກໍລືມມັນຕາມການເວລາ ເຫຼືອພຽງຄົນທີ່ຄອຍຖ້າເທົ່ານັ້ນທີ່ຍັງຈື່ ແລະຖ້າມື້ຄົນໆນັ້ນກັບມາ
ຖ່າຍທອດຄວາມຮູ້ສຶກນີ້ຜ່ານເພງ “ສາວບ້ານນາປ່ຽນໄປ” ເພງໃມ່ຫຼ້າສຸດຂອງ Zamio-p ໜຸ່ມສິນລະປິນທີ່ມັກຮັກໃນການຮ້ອງເພງ ເຊິ່ງກໍມີເພງຫຼາຍໆບົດເພງອອກມາໃຫ້ເຮົາໄດ້ຕິດຕາມຜົນງານ
Zamio P – ສາວບ້ານນາປ່ຽນໄປ “สาวบ้านนาเปลี่ยนไป” (Official music video)