
ຕ່າຍ ອໍລະໄທ ພ້ອມຄອບຄົວ ຮ່ວມເຮັດບຸນຫາແມ່ເຖົ້າ ທອງຄຳ ແກ້ວທອງ ສາທຸ
28th June 2020ເຊົ້າວານນີ້ ສາວ ຕ່າຍ ອໍລະໄທ ນັກຮ້ອງລູກທົ່ງຂວັນໃຈມວນຊົນ ໄທ ແລະ ລາວ ພ້ອມຄອບຄົວ, ພີ່ນ້ອງຊາວບ້ານ ຮ່ວມເຮັດບຸນ ຫາແມ່ເຖົ້າທອງຄຳ ທີ່ໄດ້ລ່ວງລັບໄປຊ່ວງໂຄວິດ ນັບເປັນເລື່ອງເສົ້າໃຈຫຼາຍ ເພາະສາວ ຕ່າຍ ອໍລະໄທບໍ່ໄດ້ໄປຮ່ວມງານ ແມ່ເຖົ້າທີ່ລ້ຽງຕ່າຍມາແຕ່ນ້ອຍ ແລະ ສະໜິດຮັກກັນຫຼາຍ
.
ການເຮັດບຸນຄັ້ງນີ້ແມ່ນຢູ່ ບ້ານແສນຊະນີ ຕຳບົນ ພອນສະຫວັນ ອຳເພີ ນາຈະຫຼວຍ ຈັງຫວັດ ອຸບົນລາດຊະທານີ
.
.
ຂໍຮ່ວມອານຸໂມຖະນານຳ ແລະ ຫຼັງຈາກນີ້ສາວຕ່າຍ ກໍລຸຍງານເຕັມທີ່ ຫຼັງຈາກພັກຊ່ວງໂຄວິດໄປ ໃຜທີ່ເປັນແຟນຄັບ ກໍຝາກຕິດຕາມຜົນງານສາວຕ່າຍ ອໍລະໄທ ໄດ້
.