
ວ້າວ! ດີແທ້ ສປ ຈີນ ມອບລົດ 22 ຄັນ ຮັບໃຊ້ປີທ່ອງທ່ຽວລາວ-ຈີນ 2019
22nd November 2019ພິທີມອບ-ຮັບລົດໃຫຍ່ 22 ຄັນ ໃຫ້ແກ່ ສປປ ລາວ ໄດ້ຈັດຂຶ້ນເມື່ອວັນທີ 18 ພະຈິກ 2019 ທີ່ຜ່ານມາ, ທີ່ມະຫາວິທະຍາໄລສຸພານະວົງ ແຂວງຫລວງພະບາງ ເປັນກຽດມອບໂດຍ ທ່ານ ຈ່ຽງ ຈ້າຍ ຕຸ່ງ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແລະ ຮັບໂດຍ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຫວາງຢາງ ຄະນະປະຈຳກົມການເມືອງສູນກາງພັກ ກອມມູນິດຈີນ ປະທານສະພາທີ່ປືກສາ ການເມືອງທົ່ວປະເທດຈີນ, ມີທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ, ພ້ອມດ້ວຍການນໍາສອງຝ່າຍເຂົ້າຮ່ວມ.
ລົດໃຫຍ່ຈໍານວນດັ່ງກ່າວ, ປະກອບມີປະເພດລົດກະບະ, ລົດດ້າມ ຍີ່ຫໍ້ SOJEN ຜະລິດຢູ່ປະເທດຈີນ ໂດຍການສະໜັບສະໜູນຂອງບໍລິສັດ ລາວ-ຈິນຈຸນ ພາຫະນະການຄ້າ ຈໍາກັດຜູ້ດຽວ ເພື່ອນໍາໃຊ້ເຂົ້າໃນວຽກງານບໍລິການ ການທ່ອງທ່ຽວ ລາວ-ຈີນ ປີ 2019 ໂດຍສະເພາະການສ້ອມແປງ ພື້ນຖານໂຄງລ່າງການ ທ່ອງທ່ຽວ, ການອານາໄມສະຖານທີ່ທ່ອງທ່ຽວໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດ.
ຜ່ານມາບໍສັດດັ່ງກ່າວຍັງໄດ້ ໃຫ້ການຊ່ວຍເຫລືອປະຊາຊົນຜູ້ຖືກເຄາະຮ້າຍເຫດການ ຄູກັນນໍ້າຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື.
ທີ່ມາ: ຂປລ