
ຂ່າວດ່ວນ!!! ເດັກນ້ອຍ 30 ກວ່າຄົນຖືກນຳສົ່ງໂຮງໝໍ ຫຼັງໄດ້ກິນຢາຂ້າແມ່ທ້ອງຊະນິດໃໝ່
24th June 2020ຂ່າວດ່ວນ, ເປັນຂ່າວເຕືອນ ແລະ ອຸທາຫອນ ພ້ອມກັບເປັນບົດຮຽນ ເລື່ອງການກິນຢາ ເພາະທາດບາງຄົນກໍແພ້ຢາບາງຊະນິດ ທີ່ສົ່ງຜົນຂ້າງຄຽງ ຫຼື ຜົນກົງກັນຂ້າມກັບຢາທີ່ໄດ້ກິນ ຫຼື ເຂົ້າໄປໃນຮ່າງກາຍ
ດັ່ງເລື່ອງນີ້ທີ່ມວນຊົນໃຫ້ຄວາມສົນໃຈຫຼາຍ ເດັກນັກຮຽນປະຖົມໂຮງຮຽນແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ ແພ້ຢາຂ້າແມ່ທ້ອງ
ລທ່ອງເກີດວັນທີ 24 ມິຖຸນາ 2020 ລາຍງານຈາກປະຊາຊົນວ່າ:
ນັກຮຽນປະຖົມ ແພ້ຢາຂ້າແມ່ທ້ອງ ຈົນໄດ້ຫາມເຂົ້າໂຮງໝໍ ມະໂຫສົດ ຈຳນວນ 30 ກວ່າຄົນ ອາການເບື້ອງຕົ້ນເຈັບທ້ອງປວດຮາກ ວິວຫົວ ອ່ອນເພຍ ໃຈສັ່ນ
ເຊິ່ງຢາຊະນິດນີ້ຫາກໍນຳເຂົ້າມາໃໝ່ ແລະ ບໍ່ຮູ້ວ່າລາຍລະອຽດຈະເປັນແນວໃດຕໍ່ ຖ້າຮູ້ ແລ້ວຈະແຈ້ງຕື່ມເດີ້
ແນວໃດກໍຂໍໃຫ້ລະວັງ ປຶກສາແພດໝໍເປັນການດີທີ່ສຸດ, ໃຫ້ນ້ອງໆສູ້ໆ ເຊົາໄວໆເດີ້ ເແລະ ນ້ອງໆຂໍໃຫ້ປອດໄພ