
ຄິດວ່າຕົນເອງເຂົ້າສູ່ໄວທອງ ແຕ່ສຸດທ້າຍຖືພາມີລູກ ຕອນອາຍຸ 46 ປີ
24th June 2020ເລື່ອງນີ້ນັບວ່າ ປະຕິຫານມີຈິງ ສຳລັບສາວໆທີ່ມີລູກຍາກ ແລະ ອາຍຸຫຼາຍ ນັບ ກາຍ 40 ປີ ຂຶ້ນໄປຢາກວ່າ ມີລູກ, ໂອກາດມີລູກນິຍາກສຸດ
ຫຼ້າສຸດ ຍິງໄວ 46 ປີ ຫຼັງຖ້າມາ 8 ປີ ກໍບໍ່ມີລູກ ຫຼ້າສຸດປະຈຳເດືອນຂາດ 3 ເດືອນ ຈາກທີ່ຄິດວ່ານັ້ນເຂົ້າສູ່ໄວທອງ ແຕ່ກາຍເປັນວ່າ ທ້ອງ ຖືພາ ເຊິ່ງມັນເປັນໂອກາດພຽງນ້ອຍນິດ 1% ເທົ່ານັ້ນ
ເລື່ອງນີ້ຈາກປະເທດເພື່ອນບ້ານ ຊື່ ແມ່ຕຸກ ຖ່າຍທອດເລື່ອງລາວຂອງຕົນຜ່ານ Monday Shares ວ່າ ນາງມີລູກສາວ 1 ຄົນ 1, ກ່ອນໜ້ານີ້ເຄີຍແທ້ງລູກ 1 ຄັ້ງ ຫຼັງຈາກນັ້ນ 10 ປີ ນາງມີລູກອີກ ແຕ່ເປັນລູກນອກພົກ ຈຶ່ງໄດ້ຜ່າຮັງໄຂຖິ້ມໜຶ່ງຂ້າງ
ພໍອາຍຸ 36 ປີ ພົບສາມີທີ່ ກທມ ແລະ ຍ້າຍມາຢູ່ນຳກັນທີ່ ຊຸມແພ ທຳອິດກໍກິນຢາຄຸມກຳເນີດ ເພາະວ່າສາມີອາຍຸນ້ອຍຫວ່າຕັ້ງ 9 ປີ ແລະ ມີລູກຍາກ, ຈາກກນັ້ນຈຶ່ງປ່ອຍຕາມທຳມະຊາດ ໂດຍມີຄວາມຫວັງວ່າແຕ່ລະປີຈະຖືພາ ເພາະອາຍຸຍັງບໍ່ຮອດຫຼັກ 4 ແລະ ເຖິງວ່າຈະມີທໍ່ຮັງໄຂຂ້າງດຽວ ອາດມີລູກຍາກ ແຕ່ໝໍບອກວ່າສາມາດມີລູກໄດ້ ແຕ່ກໍນ້ອຍທີ່ສຸດ ຈົນເວລາຜ່ານໄປ 8 ປີອາຍຸ 46 ຈຶ່ງມີລູກອີກຄັ້ງ
ທຳອິດຄິດວ່າຮອດໄວທອງ (ໄວໝົດປະຈຳເດືອນ) ແຕ່ທີ່ແທ້ກັບຖືພາ ທຸກຄົນຕ່າງດີໃຈ ຮ່ວມຍິນດີນຳ ສ້າງຄວາມຮືຮາທັງຕຳບົນ ເພາະມີລູກຕອນອາຍຸ 46 ປີ ໃນໃຈກໍກັງວົນວ່ານ້ອງນັ້ນຈະສົມບູນຫຼື ເປນແນວໃດ ແຕ່ກໍໂຊກດີທີ່ນ້ອງສົມບູນ ເປັນຜູ້ຊາຍ ເກຮີດກ່ອນກຳນົດ 9 ມື້ ນ້ຳໜັກ 3,640 ໂລ ສຳລັບພໍ່ຂອງນ້ອງນັ້ນອາຍຸ 39 ປີ
.
ແນວໃດກໍຍິນດີ ແລະ ດີໃຈນຳເດີ້