
ເພງຢາກເປັນລູກເຂີຍ ປ່ອຍ 3 ອາທິດ 20 ປາຍລ້ານວິວ … ເພງຕໍ່ໄປ “ຄ່າດອງໂຄດແພງ” ມ່ວນບໍ່ແພ້ກັນ
22nd June 2020ນັບວ່າກຳລັງຕິດຫູ, ຕິດປາກກັນເລີຍສຳລັບຜົນງານເພງ ຢາກເປນລູກເຂີຍ ຂອງ T JAME UNO , ສິດ ສອງແສນສີ່ , Big Yai Mixed (ແບກຶ), Mastered by T JAME UNO, Prod by : T JAME UNO
.
ຮ້ອງຮ່ວມກັນ ທີ່ເປັນເພງລາວທີ່ມີຍອດວິວຫຼາຍທີ່ສຸດ, ໄວທີ່ສຸດ ເປັນແນວສະຕິງ ສະຕາຍໄວລຸ້ນ ໂມເດິ້ນ ເພາະມີການປະສົບປະສານ ພາສາລາວ-ໄທ-ອັງກິດ
ເຖິງລ່າຈະມີກະແສຕ່າງໆນາໆກ່ຽວກັບພາສາ ແຕ່ກໍມີບັນດາແຟນໆ ທີ່ຄອມເມັ້ນກັນຢ່າງມີເຫດຜນຂອງໃຜລາວ ແນວໃດກໍດີ ເພາະເປັນການເປີດສາກ ຫຼື ວ່າເຮັດໃຫ້ວົງການບັນເທີງ ເພງລາວສະຕິງຂອງເຮົາໂດ່ງດັງໄປໄກ ເພາະໃນຕິກຕ໊ອກນັ້ນ ທັງຄົນໄທ, ຕ່າງປະເທດ, ຄົນລາວດ ຄົນດັງ ຕ່າງເອົາເພງນີ້ໄປຫຼິ້ນໝົດ
ປັດຈຸບັນຍອດວິວໃນຢູທູບ 20 ລ້ານປາຍວິວ ເປັນເພງທີ່ຫາກໍປ່ອຍພຽງ 3 ອາທິດເທົ່ານັ້ນ ຖືວ່າບໍ່ທຳມະດາ
ແລະ ແອັດມິນແອບໄປສ່ອງເຟດບຸກຂອງໜຸ່ມ ບິກໃຫຍ່ ທີ່ເພິ່ນໄດ້ລົງເພງໄວ້ ເປັນ ຕົວຢ່າງເພງທີ 2 ຂອງພວກເຂົາ ຕໍ່ຈາກ ເພງ ຄ່າດອງໂຄດແພງ ຈະປ່ອຍໄວໆນີ້ ຟັງເລີຍ
ຖ້າຕິດຕາມໄດ້ ແລະ າເບິ່ງນຳກັນວ່າຍອດວິວ, ຄວາມນິຍົມຈະເປັນຄືແນວໃດ ແຕ່ຮັບຮອງວ່າເພງທີ່ 2 ກໍບໍ່ແພ້ເພງທີ່ 1 ແນ່ນອນ