
ຕ່າງປະເທດຍັງປະເຊີນກັບໂຄວິດ 19 ! Brazil ມີຜູ້ຕິດເຊື້ອທະລຸ 1 ລ້ານກວ່າຄົນ
22nd June 2020ສໍານັກຂ່າວຕ່າງປະເທດ ລາຍງານວ່າ ຍອດຜູ້ຕິດເຊື້ອໂຄວິດ ຢູ່ປະເທດ ເບລຊິນ ຕໍ່ມື້ ຢູ່ທີປະມານ 50,000 ຄົນ ແລະ ຍອດຜູ້ຕິດເຊື້ອສະສົມ ທົ່ວປະເທດ ມີຫຼາຍກ່ວາ 1 ລ້ານຄົນ, ກາຍເປັນ ປະເທດ ທີ່ມີຜູ້ຕິດເຊື້ອ ອັນດັບສອງ ຮອງຈາກ ອາເມລິກາ.
ສະເລ່ຍໃນ 1 ມື້ ມີຍອດຜູ້ເສຍຊີວິດ ບໍ່ຕໍ່າກ່ວາ 1,000 ຄົນ.
.
ປະເທດ ເບລຊິນ ພົບຜູ້ຕິດເຊື້ອໂຄວິດ-19 ຜູ້ທໍາອິດ ໃນວັນທີ 26 ພຶດສະພາ, ພຽງໄລຍະເວລາ 4 ເດືອນ ມີຜູ້ຕິດເຊື້ອ ເພິ່ມຂຶ້ນ ເກີນ 1 ລ້ານຄົນ ແລະ ເສີຍຊີວິດແລ້ວທັງຫມົດ 50,000 ຄົນ. ຖ້າອັດຕາການຕາຍ ຍັງຄົງຢູ່ລະດັບນີ້ ເບລຊິນ ຈະມີຜູ້ເສຍຊີວິດ ສູງກ່ວາ ອາເມລິກາ ໃນຕົ້ນເດືອນ ສິງຫານີ້.
.
AlJazeera