
ເປີດພາບຖຽງນາພັນລ້ານຂອງ ລຸງ ເທິ ຢູ່ນາ “Una Studio” ສໍາເລັດເມື່ອໃດຄວາມຍິ່ງໃຫຍ່ຈະກັບມາ
21st June 2020ນັບເປັນເລື່ອງລາວດີໆ ຂອງວົງການບັນເທີງ ທີ່ ເທິຢູ່ນາ ຄົນດັງໃນວົງການບັນເທີງທີ່ໃຜຫຼາຍໆຄົນຄົງຕິດຕາມຜົນງານ, ສຳນຽງໄທທົ່ງແບບສະຕາຍຂອງ ເທິຢູ່ນາ ເອງ ອັນເປັນເອກະລັກ
ນັບວ່າເປັນເຈົ້າພໍ່ຜູ້ໄທ ທີ່ກຳລັງສ້າງສະຕູດີໂອ ຂອງບໍລິສັດຢູນາສະຕູດີໂອ ແບບອາລັງການ ເຊີໄພຼແຟນຄັບ ເພາະວ່າກ່ອນໜ້ານັ້ນເຈົ້າຕົວບໍ່ເຄີຍໄດ້ເວົ້າເຖິງ ພໍຮູ້ອີກທີເປັນຮູບຮ່າງໃຫຍ່ໂຕແລ້ວຂະນາດນີ້
ຊົມເຊີຍ ແລະ ຕໍ່ໄປວົງການບັນເທີງລາເຮົາຄຶກຄື້ນແນ່ນອນ ຖ້າຕິດຕາມນຳກັນ
.
.
ຄັ້ງນີ້ເຈົ້າໂຕໂພສວ່າ ນີ້ບໍ່ແມ່ນເຮືອນເດີ້ສູ ມັນຄືຖຽງນາພັນລ້ານ ຂໍເວລາຕົກແຕ່ງກ່ອນຈັກສອງເດືອນດຽວເປີດຕົວເນີ່…ໝາຍເຫດ ! ຊ່ວງນີ້ຢ່າຟ້າວຊວນຂຶ້ນເໜືອຊັອດຢູ່ ລໍຖຽງນາແລ້ວມື້ໃດຄວາມຍິ່ງໃຫຍ່ຈະກັບມາ 555+
.
.