
ປ່ຽນຈາກການຊື້ມາຈືນກິນ ແລະ ຂາຍເປັນອາຊີບເສີມໄດ້ ວິທີຈືນກ້ວຍແບບມືອາຊີບ
21st June 2020ໃຜແນ່ມັກກິນຈືນກ້ວຍ ມື້ນີ້ຈະມາແນະນຳສູດ ແລະ ວິທີຈືນກ້ວຍແບບກີນເອງໄດ້, ເຮັດຂາຍກໍດີ ວິທີທີ່ຈະມາແນະນຳ ໃຊ້ພຽງແປ້ງໂກກິເທົ່ານັ້ນ ເປັນສູດຂອງ “Tukata Thai Kitchen” ກອບນອກ ໜຸ່ມໃນ ຫອມແຊບ
ກຽມສ່ວນປະສົມເລີຍ
ໝາກກ້ວຍ 1 ຫວີ, ນ້ຳຕານຊາຍ 1 ຖ້ວຍ, ໝາກພ້າວຂູດ 1 ຖ້ວຍ, ເກືອ 1 ບ່ວງກາເຟ, ແປ້ງທອດກອບ(ໂກກິ) 1 ຖ້ວຍ, ນ້ຳລ້າ 1/4 ຖ້ວຍ, ກະທິ 1/2 ຖ້ວຍ, ນ້ຳມັນ 2 ຖ້ວຍ, ງາຂາວ 1 ຖ້ວຍ, ນ້ຳປູນໃສ 2 ບ່ວງແກງ
ເລີ່ມ ໃສ່ແປ້ງໂກກິ ຫຼື ແປ້ງທອດກອບ 1 ຖ້ວຍ ລົງໄປໃນຊາມ, ໃສ່ກະທິລົງໄປ ແລ້ວຄົນໃຫ້ເຂົ້າກັນ
ໃສ່ນ້ຳລ້າລົງໄປ ແຕ່ຖ້າເປັນນ້ຳເຢັນກໍຈະເພີ່ມຄວາມກອບໄດ້ດີ, ຄົນໃຫ້ສ່ວນປປະສົມເຂົ້າກັນຈົນລະລາຍເປັນນ້ຳດຽວ, ເຕີມນ້ຳຕານຊາຍແລ້ວກໍຄົນໃຫ້ເຂົ້າກັນດີ ແລ້ວໃສ່ໝາກພ້າວຂູດລົງໄປ
ຕາມດ້ວຍງາຂາວ (ຂົວງາກ່ອນເດີ້ ແຕ່ບໍ່ໃຫ້ງາເຫຼືອງຫຼາຍ) ຈາກນັ້ນກໍຄົນທຸກຢ່າງໃຫ້ເຂົ້າກັນ
ແລະ ກໍຈະໄດ້ແປ້ງທີ່ຂຸ້ນໜ້ອຍໜຶ່ງ
ຈາກນັ້ນໃສນ້ຳປູນໃສລົງໄປ ເຊິ່ງນຊ້າປູນໃສຈະເຮັດໃຫ້ກ້ວຍກອບດົນ (ບ້ານເຮົາມີບໍ່ນໍລອງຖາມຕາມຮ້ານເບິ່ງເດີ້) ແຕ່ຖ້າບໍ່ມີກໍເຮັດເອົາເອງກໍໄດ້ ຄື ນຳປູນແດງມາ 2 ບ່ວງແກງ ແລ້ວ ເທນ້ຳໃສ່ ປິດຝາ ສັ່ນ ໃຫ້ປູນລະລາຍ ຕັ້ງໄວ້ໃຫ້ປູນແດງຕົກລົງໄປຢູ່ກົ້ນຈອກ ນ້ຳໃສໆທີ່ລອຍຢູ່ເທິງນັ້ນແຫຼະ ນ້ຳປູນໃສ ເຫຼືອກໍເກັບໄວ້ໃຊ້ອີກໄດ້ ໃນອຸນຫະພູມທຳມະດາ.
ຈາກນັ້ນ ໃສ່ເກືອ 1 ບວງແກງ
ຄົນໃຫ້ເຂົ້າກັນ ຕໍ່ໄປແມ່ນນ້ຳກ້ວຍມາປາດ, ຝານ ຂະໜາດພໍດີ ບໍ່ບາງ ແລະ ບໍ່ໜາຫຼາຍ ໝາກໜຶ່ງໄດ້ 3 ປ່ຽງ
ແລ້ວໆກໍຕັ້ງໝໍ ເອົານ້ຳມັນໃສ່ ໄຟກາງໆເດີ້ ແລ້ວເອົາກ້ວຍຊຸບແປ້ງ ລົງຈືນເລີຍ
ເວລາທອດບໍ່ຄວນໃສ່ໃຫ້ກ້ວຍແໜ່ນກັນໂພດ ເວລາປີ້ນຈະສະດວກ ແລະ ມັນກໍຈະບໍ່ຕິດກັນ
ພໍມັນເຫຼືອງ ກອບໄດ້ທີ່ແລ້ວ ໃຫ້ຕັກຂຶ້ນ ແລ້ວ ເອົາໄວ້ເຈ້ຍຊັບມັນໃຫ້ນ້ຳມັນອອກ ເທົ່ານີ້ພໍເຢັນແນ່ກິນໄດ້ເລີຍ
.
ລອງເຮັດເບິ່ງເດີ່