ຄວາມຮູ້ເບື້ອງຕົ້ນກ່ຽວກັບ ການບວດ  ແລະ ອານິສົງສ໌ຂອງການບວຊ  ໃນພຸທສາສນາ

ຄວາມຮູ້ເບື້ອງຕົ້ນກ່ຽວກັບ ການບວດ ແລະ ອານິສົງສ໌ຂອງການບວຊ ໃນພຸທສາສນາ

28th October 2019 0 By Lao Admin

ການບວດເປັນປະເພນີລາວທີ່ສືບເນື່ອງມາແຕ່ບູຮານກາລ ຜູ້ຊາຍລາວເມື່ອອາຍຸຄົບບວດ ຈະຕ້ອງບວດໃຫ້ໄດ້ຈັກ ຄັ້ງໜຶ່ງ ໃນຊີວິດ ເພື່ອການສຶກສາພຣະທັມຄຳສອນຂອງພຣະສັມມາສັມພຸທເຈົ້າແລະສືບທອດອາຍຸພຣະພຸທສາສນາ ສ້າງກຸສົລອັນ ຍິ່ງ ໃຫຍ່ ໃຫ້ແກ່ຕົວເອງ ແລະບິດາມານດາລວມທັງຍາຕິພີ່ນ້ອງ ຜູ້ທີ່ໄດ້ບວດ ຖືວ່າເປັນຜູ້ທີ່ມີບຸນຫລາຍ ເພາະຜູ້ທີ່ມາຢູ່ໃນ ເພດ ສະມະນະຕ້ອງໄດ້ສັ່ງສົມບຸນມາຂ້າມພົບ ຂ້າມຊາດ ເມື່ອບາຣະມີມາກຂຶ້ນກໍໂອກາດໄດ້ມາບວດໃນ ພຣະພຸທສາສນາເຊັ່ນ ໃນຄັ້ງ ພຸທກາລຜູ້ທີ່ຈະມາບວດບໍ່ແມ່ນສະເພາະຜູ້ດ້ອຍໂອກາດ ແຕ່ເປັນຜູ້ທີ່ມາຈາກຫລາຍຕະກູລທີ່ ປະສົບຄວາມສຳເລັດໃນຊີວິດ ຊຶ່ງໄດ້ເຫັນໂທດພັຍໃນການຄອງເຮືອນ ໃນວັຕຕະສົງສານ ຈຶ່ງອອກບວດ ຫລາຍທ່ານມາ ຈາກຕະກູລຂັຕຕິຍະກໍມີ ແພດຍ໌ກໍມີ ສູທຣກໍມີ ການທີ່ຕະກູລກະສັດ ພຣາມ ແລະມະຫາເສດຖີເຂົ້າມາບວດນັ້ນ ສະແດງ ວ່າການບວດບໍ່ແມ່ນເລື່ອງທຳມະດາ ແຕ່ເປັນເລື່ອງທີ່ສຳຄັນຢ່າງຍິ່ງ

 

ການບວດຈະເປັນການຊ່ວຍທະນຸບຳຣຸງພຣະພຸທສາສນາ ແລະມີສ່ວນສຳຄັນທີ່ຈະທຳໃຫ້ປະເທດທີ່ເຮົາ ຢູ່ອາໃສເປັນ ດິນແດນ ແຫ່ງສັນຕິສຸຂ ອັນເກິດຈາກພຸທທັມແລະຍັງເປັນໂອກາດອັນດີທີ່ຜູ້ບວດຈະໄດ້ເຝິກຝົນອົບຮົມຕົນເອງ ເພື່ອ ໃຫ້ເປັນພຣະແທ້ ຕາມພຣະທັມວິນັຍ ມີສີລ ສະມາທິ ແລະປັນຍາ ຊຶ່ງຖືເປັນການໃຊ້ວັນເວລາຢ່າງມີຄ່າແລະມີ ຄວາມໝາຍ ຕໍ່ການເກິດມາເປັນ ມະນຸດຢ່າງຍິ່ງ ດັ່ງທີ່ພຣະສັມມາສັມພຸທເຈົ້າຕຣັສໄວ້ວ່າ “ຊີວິດພຽງວັນດຽວຂອງຜູ້ມີສີລມີສະມາທິ ຍັງປະເສິດກວ່າຊີວິດຕັ້ງ ຮ້ອຍປີ ຂອງຜູ້ທຸສີລ ບໍ່ມີສະມາທິ”.

1. ຄວາມຫມາຍແລະຄວາມເປັນມາຂອງການບວຊ

ຄຳວ່າ “ບວດ ຫລື ບວຊ” ເປັນພາສາລາວ ຊຶ່ງໄດ້ມາຈາກພາສາບາລີວ່າ “ປັພພັຊຊາ” ຊຶ່ງມີຮາກສັບຄື “ປະ + ວະຊະ” ປະ ແປວ່າ ທົ່ວ ຫລືສິ້ນເຊິງ ວະຊະ ແປວ່າ ໄປຫລືເວັ້ນ ຄໍາວ່າ “ປັບພະຊາ ຫລື ບວດ ຫລື ບວຊ” ຈຶ່ງແປວ່າ ໄປໂດຍສິ້ນເຊິງ ຫລືການ ເວັ້ນໂດຍສິ້ນເຊິງ ນັ້ນໝາຍເຖິງ ໄປຈາກຄວາມເປັນຄະຣາວາສ ຄືອອກຈາກການຄອງເຮືອນໄປສູ່ຄວາມເປັນ ບັນພະສິດຫລື ບຸກຄົນຜູ້ທີ່ບໍ່ໄດ້ຄອງເຮືອນ ນັ້ນເອງ
ຄະນະປັດຊະຍາສູນກາງພຸທສາສນາສໍາພັນລາວກ່າວ ວ່າ ປັບພະຊາ ໝາຍເອົາການບວດທົ່ວໄປ ລວມທັງອຸປະສົມບົທ ດ້ວຍກໍມີ ບວດເປັນສາມະເນນກໍມີ ໃນປັດຈຸບັນນີ້ ປັບພະຊາ ໝາຍເອົາການບວດເປັນສາມະເນນ ອຸປະສົມບົທ ໝາຍເອົາ ການບວດເປັນພຣະພິກຂຸ ແຕ່ກ່ອນຈະອຸປະສົມບົທກໍຕ້ອງປັບພະຊາເປັນສາມະເນນມາກ່ອນ ຈະອຸປະສົມບົທ ໄປເລີຍ ບໍ່ໄດ້[1]

 

ມະຫາສິລາ ວີຣະວົງສ໌ ກ່າວວ່າ ບວດ ຄືການຖືເພດເປັນພິກຂຸສາມະເນນຫລືຣັດສີ ເປັນຕົ້ນ, ໝາຍເຖິງ ບຸກຄົນຜູ້ທີ່ ເວັ້ນຈາກຄອງ ຄະຣາວາສ[2] ສ່ວນ ບຸນຖັນ ສີນະວົງສ໌ ກ່າວອີກວ່າ ບວດ ມາຈາກຄໍາສັບ ບັພພັຊຊາ ໂດຍຂຽນ ປ ແທນ ບ ແປວ່າ ອອກໄປໜ້າ ໝາຍເຖິງ ໜີຈາກເຮືອນອອກໄປບວຊ, ບວຊເປັນສາມະເນນກ່ອນແລ້ວຈຶ່ງບວຊເປັນພຣະ ເອິ້ນວ່າ ອຸປະສົມບົທ ເມື່ອບວຊແລ້ວຈະລາສິກຂາ ກໍໄດ້ແລະກັບຄືນບວຊໃໝ່ກໍໄດ້ ຊຶ່ງກົງກັບພາສາອັງກິດວ່າ to leave one’s home, ordination, renunciation of the world[3]

 

ກ່າວໂດຍສະຫລຸບ “ບວດ ຫລື ບວຊ” ໝາຍເຖິງ ການປະຕິບັດຕົນເພື່ອອອກຈາກຄວາມທຸກຂ໌ ແລະທໍາໃຫ້ແຈ້ງ ຊຶ່ງ ພຣະນິບພານ ຄືຄວາມດັບທຸກຂ໌ນັ້ນເອງ ຢ່າງໃດກໍຕາມ ການບວຊໄດ້ພຽງເວລາອັນສັ້ນກໍຍັງດີ ເພາະນອກຈາກການສືບຕໍ່ ອາຍຸ ພຣະ ພຸທສາສນາແລ້ວ ຍັງເປັນເຫດໃຫ້ຜູ້ບວຊຮູ້ຈັກເຝິກຫັດຄວາມອົດທົນແລະຄວາມເສັຍສລະອີກດ້ວຍ ອາດທຳ ໃຫ້ໄດ້ ຢູ່ໃກ້ພຣະທັມຄຳສອນ ຂອງອົງຄ໌ ສົມເດັດພຣະສັມມາສັມພຸທເຈົ້າ

 

ໃນສມັຍບູຮານ ຄົນທີ່ອອກບວຊຍ່ອມບວຊເພາະຄວາມຊະຣາ ຄວາມເຈັບປ່ວຍ ບໍ່ມີຊັບສົມບັດ ບໍ່ມີຍາດຕິພີ່ນ້ອງ ເພື່ອນມິດສະຫາຍ ສໍາຫລັບພຣະພຸທເຈົ້ານັ້ນພຣະອົງຄ໌ໄດ້ພິຈາຣະນາເຖິງຄວາມເກີດ ແກ່ ເຈັບ ຕາຍ ຈຶ່ງອອກບວຊ ສ່ວນຄົນທຸກວັນນີ້ບວຊຕາມປະເພນີ ເມື່ອອາຍຸຄົບຕາມກໍາໜົດກໍບວຊ ບວຊແກ້ບະດ້ວຍຄວາມເຈັບໄຂ້ໄດ້ປ່ວຍ ບວຊຕອບແທນບຸນຄຸນພໍ່ແມ່ ເປັນຕົ້ນ

2. ປະເພດຂອງການບວຊ

2.1 ການປັບພະຊາ (ບວດເປັນຈົວຫລືສາມະເນນ)

ກຸລບຸດຜູ້ທີ່ຈະປັບພະຊາເປັນສາມະເນນຕ້ອງເປັນຜູ້ຊາຍ ມີອະໄວຍະວະຮ່າງກາຍສົມບູນແລະມີອາຍຸຄົບ 12 ປີຂື້ນໄປ ໂດຍໄດ້ຮັບ ອະນຸຍາດຈາກພໍ່ແມ່ຜູ້ປົກຄອງແລະສາຍໃຍການຈັດຕັ້ງ ຖ້າກຸລບຸດອາຍຸ 18 ປີຂຶ້ນໄປ ຕ້ອງໄດ້ຮັບ ໃບອະນຸຍາດຈາກ ອໍານາດການປົກຄອງ ທ້ອງຖີ່ນ ແລ້ວພໍ່ແມ່ຫລືຍາດພີ່ນ້ອງນໍາໄປມອບໃຫ້ຄະນະສົງຄ໌ທີ່ປົກຄອງຢູ່ໃນ ວັດນັ້ນໆ ເພື່ອຮໍ່າຮຽນ ຂັ້ນຕອນຂອງການ ປັບພະຊາແລະ ທັມວິນັຍຕາມຫລັກພຣະພຸທສາສນາ

 

ການປັບພະຊານີ້ ຕ້ອງໃຫ້ເຮັດເປັນກິຈລັກສນະຄື ໃຫ້ພິກຂຸຜູ້ຢູ່ດ້ວຍກັນຮູ້ເຫັນ ຈະບວດຢູ່ໃນສິມຫລືສະຖານທີ່ ບ່ອນອື່ນ ກໍໄດ້ບໍ່ຈໍາກັດ ພິກຂຸຜູ້ໃຫ້ປັບພະຊາຕ້ອງເປັນຜູ້ມີພັນສາຄົບ 10 ແລ້ວ ສາມະເນນຜູ້ປັບພະຊາມາແຕ່ອາຍຸ ຍັງບໍ່ທັນຄົບກໍານົດ ອຸປະສົມບົທ ເມື່ອອາຍຸຄົບ ແລ້ວເພິ່ງໃຫ້ອຸປະສົມບົທ ບໍ່ຕ້ອງສິກອອກເຮັດພິທີອຸປະສົມບົທຕໍ່ໄປໄດ້ເລີຍ ແຕ່ຖ້າລະແວງສົງໄສຢູ່ ວ່າການຮັກສາສິກຂາບົທ 10 ຂໍ້ນັ້ນ (ສີລ 10) ອາດຈະບໍ່ບໍຣິສຸດ ແລ້ວເພິ່ງໃຫ້ຮັບສະຣະນະຄົມ ແລະສິກຂາບົທຊ້ໍາເຂົ້າອີກທໍ່ນັ້ນ[4]

 

2.2 ການອຸປະສົມບົທ (ບວດເປັນພຣະພິກຂຸ)

ການອຸປະສົມບົທເປັນພຣະພິກຂຸນັ້ນ ກລ່າວໂດຍປະເພດຕາມທີ່ມີຜາກົດໃນຕໍານານໂດຍຫຍໍ້ 3 ປະການ ໄດ້ແກ່

 

2.2.1 ເອຫິພິກຂຸອຸປະສັມປະທາ ຄືການບວຊທີ່ພຣະພຸທເຈົ້າຊົງປະທານແກ່ກຸລບຸດຜູ້ຂໍບວຊດ້ວຍພຣະອົງຄ໌ເອງ ເປັນການອະນຸຍາດ ໃຫ້ມາເປັນພິກຂຸໂດຍການຕຣັສດ້ວຍພຣະວາຈາ ຊຶ່ງມີ 2 ແບບ ຄື ບຸກຄົນຜູ້ທີ່ຍັງເປັນປຸຖຸຊົນຂໍບວຊ ພຣະອົງຄ໌ກໍຈະຕຣັສຮຽກໃຫ້ເຂົ້າມາເປັນພິກຂຸວ່າ “ທ່ານຈົ່ງເປັນພິກຂຸມາເຖິດ ທັມເຮົາກ່າວດີແລ້ວ ທ່ານຈົ່ງປະພຶດພຣົມມະຈັນເພື່ອທຳທີ່ສຸດທຸກຂ໌ໂດຍຊອບເຖິດ” ການຕຣັສພຣະວາຈາພຽງເທົ່ານີ້ກໍສຳເລັດເປັນພິກຂຸໃນພຣະພຸທສາສນາແລ້ວ ບຸກຄົນຜູ້ທີ່ໄດ້ບັນລຸທັມວິເສດ ສາມາດກຳຈັດກິເລສໄດ້ແລ້ວພຣະອົງຄ໌ຈະຕຣັສພຣະວາຈາວ່າ“ ທ່ານຈົ່ງເປັນພິກຂຸມາເຖິດ ທັມເຮົາກລ່າວດີແລ້ວ ທ່ານຈົ່ງປະພຶດພຣົມມະຈັນເຖິດ” ເພາະຜູ້ທີ່ກໍາຈັດກິເລສຕັນຫາໄດ້ແລ້ວ ຈະບໍ່ມີຄວາມທຸກຂ໌ໂດຍສິ້ນເຊິງ

 

2.2.2 ຕິສະຣະນະຄະມະນູປະສັມປະທາ ຄືການບວຊດ້ວຍວິທີໃຫ້ຜູ້ຂໍບວຊກາວຄໍາຮັບເອົາແລະເຂົ້າເຖິງພຣະຣັຕນະຕຣັຍວ່າເປັນທີ່ເພິ່ງ ເປັນທີ່ຣະນຶກ ຊຶ່ງ ພຣະພຸທເຈົ້າຊົງອະນຸຍາດໃຫ້ພຣະສາວົກເປັນອຸປັດຊາຍ໌ ບວຊໃຫ້ກຸລບຸດຜູ້ມີສັດທາໄດ້

2.2.3 ຍັຕຕິຈະຕຸຕຖະກັມມະອຸປະສັມປະທາ ໝາຍເຖິງການບວຊດ້ວຍການສູດຍັດຕິຊ້ໍາ 3 ເທື່ອ ລວມທັ້ງ ຄຳປະກາດ ນໍາເປັນເທື່ອທີ 4 ຊຶ່ງເປັນວິທີອຸປະສົມບົທທີ່ພຣະພຸທເຈົ້າຊົງອະນຸຍາດໃຫ້ສົງຄ໌ບວຊໃຫ້ແກ່ກຸລບຸດ ໂດຍໃຫ້ ຜູ້ບວຊນັ້ນເປັນ ສາມະເນນກ່ອນແລ້ວ ຈຶ່ງໃຫ້ຂໍ ອຸປະສົມບົທ ຈາກນັ້ນພຣະກັມມະວາຈາຈາຣຍ໌ສູດປະກາດນໍາເທື່ອທີ 1 ວ່າສົງຄ໌ຈະຮັບຜູ້ນັ້ນ ເປັນພິກຂຸຫລືບໍ່ ເມື່ອສົງຄ໌ຍັງນິ້ງຢູ່ກໍສູດ ປະກາດຊໍ້າອີກ 3 ເທື່ອ ຖ້າບໍ່ມີໃຜຄັດຄ້ານກໍ ຖືວ່າສໍາເລັດ ເປັນພຣະພິກຂຸ ວິທີອຸປະສົມບົທແບບນີ້ພຣະພຸທເຈົ້າຊົງໄດ້ກໍານົດຈຳນວນສົງຄ໌ໄວ້ 2 ປະການຄື (1) ໃນທ້ອງຖິ່ນກັນດານ ແລະຫ່າງໄກ ໃຫ້ມີສົງຄ໌ຈໍານວນ 5 ອົງຄ໌ໃນການທຳພິທີບວຊ (2) ໃນເມືອງອັນເປັນຖິ່ນທີ່ຫາ ພິກຂຸ ໄດ້ງ່າຍ ກໍານົດໃຫ້ ມີສົງຄ໌ຈໍານວນ 10 ອົງຄ໌

 

 

ພິກຂຸຈຳນວນ 5 ຫລື 10 ອົງຄ໌ນັ້ນ ໃຫ້ລວມກັນເປັນຄະນະແລ້ວໃຫ້ມີພຣະອຸປັດຊາຍ໌ 1 ອົງຄ໌ແລະພຣະຄູ່ສູດ 2 ອົງຄ໌ ສ່ວນພິກຂຸທີ່ເຫລືອ ໃຫ້ເປັນພຣະອັນດັບ ຫລັງຈາກການກໍານົດໃຊ້ການບວຊແບບນີ້ແລ້ວ ກໍຊົງຍົກເລິກການບວຊແບບ ເອຫິພິກຂຸອຸປະສັມປະທາແລະ ຕິສະຣະນະຄະມະນູປະສັມປະທາ

3. ບຸກຄົນທີ່ຊົງອະນຸຍາດແລະຫ້າມບວຊ

ກຸລບຸດຜູ້ທີ່ຈະຂໍບວຊໃນພຸທສາສນາ ຈະຕ້ອງເປັນບຸກຄົນທີ່ມີຄວາມພ້ອມທາງດ້ານຮ່າງກາຍ ວຸດທິພາວະ ແລະມີອັດຖະ ບໍຣິຂານຄົບຕາມວິນັຍບັນຍັດ ໃນພຣະວິນັຍໄດ້ກຳໜົດຄຸນສົມບັດຂອງຜູ້ທີ່ຈະເຂົ້າບວຊໄວ້ຫລາຍປະການ ເພື່ອໃຫ້ໄດ້ບຸກຄົນ ທີ່ເໝາະສົມ ຊຶ່ງມີທັງຂໍ້ຫ້າມແລະຊົງອະນຸຍາດ ດັ່ງນີ້

 

3.1 ບຸກຄົນທີ່ຊົງຫ້າມບວຊ

  • (1) ຄົນທີ່ມີອາຍຸບໍ່ຄົບ 20 ປີບໍຣິບູນ
  • (2) ບັນເດາະຫລືຄົນເທືອຍຫລືກະເທີຍຄື ຄົນທີ່ບໍ່ຜາກົດວ່າເປັນຍິງ ຫລືເປັນຊາຍຄັກແນ່ ຫລືເປັນກະເທີຍໂດຍກໍາເນີດ ແລະຄົນຕອນ
  • (3) ຄົນທີ່ມີສອງເພດຄື ເພດຊາຍແລະຍິງ (ອຸພະໂຕພະຍັນຊະນະກະ)
  • (4) ຄົນທີ່ໄດ້ທຳອະນັນຕະຣິຍະກັມ 5 ຢ່າງ
  • (5) ພິກຂຸທີ່ຕ້ອງປາຣາຊຶກ ຊຶ່ງຂາດຈາກຄວາມເປັນພິກຂຸແລ້ວ ບໍ່ອາດບວຊໃໝ່ໃນພຸທສາສນາໄດ້ອີກ
  • (6) ຄົນທີ່ມີໂຣກຮ້າຍແຮງເຊັ່ນ ໂຣກຂີ້ຫິດ ຂີ້ກາກ ໂຣກບ້າໝູ ເປັນຕົ້ນ
  • (7) ຄົນທີ່ມີອະໄວຍະວະບົກຜ່ອງເຊັ່ນ ມີຕີນກຸດຂາດຫລືມີນິ້ວມື ນິ້ວຕີນຕິດກັນເປັນແຜ່ນ
  • (8) ມີອະໄວຍະວະພິການຈົນບໍ່ສາມາດປະຕິບັດສາສນະກິດໄດ້ສະດວກເຊັ່ນ ຫລັງກ່ອມ ຕາບອດ ມືຕີນຄົດງໍ ເປັນຕົ້ນ
  • (9) ຄົນທຸພົລພາບເຊັ່ນ ຄົນມີແຮງນ້ອຍ ຄົນແກ່ຊະຣາ ຊຶ່ງບໍ່ສາມາດປະຕິບັດສາສນະກິດໄດ້
  • (10) ຄົນທີ່ມີພັນທະຜູກພັນເຊັ່ນ ຄົນທີ່ມີໜີ້ເຕັມຕົວ ຄົນທີ່ບິດາມານດາບໍ່ອະນຸຍາດໃຫ້ບວຊ
  • (11) ໂຈຣຜູ້ຮ້າຍທີ່ຄົນທົ່ວໄປຮູ້ຈັກຊື່ສຽງເຖິງຄວາມໂຫດຮ້າຍ ປ່າເຖື່ອນ

 

3.2 ບຸກຄົນທີ່ຊົງອະນຸຍາດບວຊ

  • (1) ຜູ້ຊາຍທີ່ມີອາຍຸຄົບ 20 ປີຂຶ້ນໄປ
  • (2) ຄົນທີ່ບໍ່ມີໂຣກຮ້າຍແຮງເຊັ່ນ ໂຣກຂີ້ຫິດ ຂີ້ກາກ ໂຣກບ້າໝູ ເປັນຕົ້ນ
  • (3) ມີຄວາມ ປະພຶດດີ ບໍ່ຕິດຝິ່ນ ກັນຊາແລະສຸຣາ ເປັນຕົ້ນ
  • (4) ຄົນທີ່ບໍ່ມີໜີ້ເຕັມຕົວແລະໄດ້ຮັບອະນຸຍາດຈາກບິດາມານດາໃຫ້ບວຊ
  • (5) ບໍ່ມີປັບພະຊາໂທດ ແລະມີຮູບຮ່າງສົມບູນ ບໍ່ແກ່ຊະຣາ ທຸພົລພາບຫລືພິກົລພິການ
  • (6) ມີອັດຖະບໍຣິຂານຄົບ (ບໍຣິຂານ 8) ໄດ້ແກ່ ບາຕ (ປັຕໂຕ), ຜ້ານຸ່ງຫລືຜ້າສະບົງ (ອັນຕະຣະວະສະໂກ), ຜ້າຄຸມຫລືຈີວອນ (ອຸຕຕະຣາສັງໂຄ), ຜ້າພາດບ່າຫລືສັງຄາ (ສັງຄາຕິ), ສາຍຮັດແອວຫລືຜ້າມັດແອວ, ຜ້າຕອງນ້ໍາ (ທະມະກະຣົກ), ມີດແຖ (ສໍາຫລັບໃຊ້ແຖຜົມ ແຖໜວດ) ແລະກັບຫລື ກ່ອງເຂັມພ້ອມດ້ວຍດ້າຍ (ສຳຫລັບຫຍິບ ດົ້ນຜ້າ)

 

4. ຂັ້ນຕອນຂອງການບວຊ

ຫລັງຈາກຜູ້ທີ່ຈະຂໍບວຊບໍ່ມີຄຸນສົມບັດຕ້ອງຫ້າມ ແລະມີຄຸນສົມບັດຂອງຜູ້ຈະບວຊຄົບຖ້ວນ ມີສັດທາອັນແຮງກ້າ ໃນການບວຊ ແຈ້ງຈຸດປະສົງຕໍ່ວັດທີ່ຈະບວຊ ກໍາໜົດວັນ ເວລາແລະສະຖານທີ່ ກຽມຕົວໃຫ້ພ້ອມແລະທ່ອງຄໍາ ປັບພະຊາອຸປະສົມບົທ ໃຫ້ຖຶກຕ້ອງຕາມຂັ້ນຕອນແລ້ວກໍພານາຄໄປວັດ ຕາມທຳນຽມມີການວຽນປະທັກສິນ (ວຽນຂວາ) ອ້ອມໂບສຖ໌ 3 ຮອບ ແລ້ວເຂົ້າໂບສຖ໌ເພື່ອທໍາພິທີປັບພະຊາອຸປະສົມບົທ ຊຶ່ງມີຂັ້ນຕອນ ດັ່ງນີ້:

 

  • (1) ໃຫ້ນາຄປັບພະຊາເປັນສາມະເນນ
  • (2) ຂໍນິສັຍ (ຂໍໃຫ້ພຣະອຸປັດຊາຍ໌ເປັນທີ່ເພິ່ງຫລືເປັນແບບຢ່າງແຫ່ງຄວາມປະພຶດ)
  • (3) ຖືອຸປັດຊາຍ໌
  • (4) ຕັ້ງຊື່ພາສາບາລີໃຫ້ແກ່ຜູ້ອຸປະສົມບົທ ແລະບອກຊື່ພຣະອຸປັດຊາຍ໌ (ໃນລາວເຮົານິຍົມຕັ້ງຊື່ນາຄະ ແທນນາຄ ແລະບອກຊື່ຕິສສະເຖໂຣ ແທນຊື່ພຣະອຸປັດຊາຍ໌)
  • (5) ຂໍບາຕແລະຈີວອນໃຫ້ແກ່ຜູ້ຂໍອຸປະສົມບົທ
  • (6) ບອກໃຫ້ຜູ້ອຸປະສົມບົທອອກໄປຢືນນອກຫັຕຖະບາທສົງຄ໌ເພື່ອຕອບຄໍາຖາມ (ອັນຕະຣາຍິກະທັມ)
  • (7) ສົມມຸດໃຫ້ພິກຂຸອົງຄ໌ 1 ຫລື 2 ອົງຄ໌ ສອບຖາມອັນຕະຣາຍິກະທັມກັບຜູ້ຂໍອຸປະສົມບົທ
  • (8) ຜູ້ຂໍອຸປະສົມບົທມີຄຸນສົມບັດຄົບຖ້ວນ ກໍ່ຈະຖຶກຮຽກເຂົ້າມາໃນທ່າມກາງສົງຄ໌
  • (9) ຜູ້ອຸປະສົມບົທເປັ່ງວາຈາຂໍອຸປະສົມບົທ (ຂໍບວຊ)
  • (10) ສົມມຸດພິກຂຸອົງຄ໌ໃດອົງຄ໌ໜຶ່ງຫລືສອງອົງຄ໌ສອບຖາມອັນຕະຣາຍິກະທັມ
  • (11) ຂໍມະຕິຈາກສົງຄ໌ ເມື່ອໄດ້ຮັບມະຕິເປັນເອກະສັນ ການບວຊຈຶ່ງສາມາດດໍາເນິນຕໍ່ໄປ
  • (12) ເມື່ອພິທີບວຊສໍາເລັດແລ້ວ ພຣະອຸປັດຊາຍ໌ບອກອະນຸສາສນ໌ (ຄໍາສອນຫລືຄໍາຊີ້ແຈ່ງທີ່ພຣະອຸປັດຊາຍ໌ຫລືພຣະກັມມະວາຈາຈາຣຍ໌ບອກແກ່ພິກຂຸຜູ້ບວຊໃໝ່ຫລັງຈາກບວຊແລ້ວ ເພື່ອບໍ່ໃຫ້ທໍາຜິດພາດໃນສິ່ງທີ່ບໍ່ຮູ້ມາກ່ອນ) ເປັນອັນຈົບພິທີບວຊ

 

ເມື່ອບວດແລ້ວ ພຣະພິກຂຸບວດໃໝ່ຈະຕ້ອງຖືນິສັຍຈາກອຸປັດຊາຍ໌ (ອາສັຍອຸປັດຊາຍ໌ເພື່ອຮຽນຮູ້ຈັກຣະບຽບການດໍາເນີນຊີວິດໃນເພດສະມະນະ) ເລີ່ມຕັ້ງແຕ່ການນຸ່ງຜ້າ ການຍ່າງ ຢືນ ນັ່ງ ນອນ ການບິນທະບາດ ການສັນ ການດື່ມ ການຄ້ຽວ ການໂອ້ລົມສົນທະນາ ການສໍາຣວມຣະມັດຣະວັງທາງຕາ ຫູ ດັງ ລີ້ນ ກາຍ ໃຈ ການໃຊ້ເສນາສະນະ ການຖ່າຍ ອຸດຈາຣະ ການຖ່າຍປັດສາວະ ການຖົ່ມນໍ້າລາຍ ການຮູ້ຈັກແລະຊົງຈໍາພຣະວິນັຍທັງ ທີ່ມາ ໃນພຣະປາຕິໂມກຂ໌ແລະພຣະວິນັຍທີ່ມານອກ ພຣະປາຕິໂມກຂ໌ ການຮຽນພຣະໄຕຣປິດົກທັງສ່ວນຂອງພຸທພົດຈ໌ແລະອັດຖະກະຖາ ເປັນຕົ້ນ ຖ້າພິກຂຸນັ້ນເປັນຜູ້ສລາດ ສາມາດຮໍ່າຮຽນ ແລະເຂົ້າໃຈໃນທັມວິນັຍໄດ້ດີ ເມື່ອກາຍພັນສາ 5 ແລ້ວ ກໍບໍ່ຈໍາເປັນຕ້ອງຖືນິສັຍອີກ ຮຽກວ່າຜູ້ພົ້ນຈາກການຖືນິສັຍ ເພາະສາມາດປົກຄອງ ຕົວເອງໄດ້ຕາມພຣະທັມວິນັຍແລ້ວ ແຕ່ຖ້າພຣະພິກຂຸເປັນຜູ້ບໍ່ສລາດ ບໍ່ມີຄວາມສາມາດໃນການສຶກສາ ບໍ່ເຂົ້າໃຈໃນຫລັກທັມວິນັຍ ພິກຂຸຜູ້ເຊັ່ນນີ້ກ່ໍຕ້ອງຖືນິສັຍຕໍ່ໄປ ເຖິງແມ່ນວ່າພັນສາຈະກາຍ 5 ແລ້ວກໍຕາມ.

5. ການເອີ້ນຊື່ພຣະບວດໃໝ່ແລະການແຕ່ງຕັ້ງສະມະນະສັກ (ຍົດຂອງພຣະສົງຄ໌)

ສໍາຫລັບການເອີ້ນຄໍານໍາໜ້າຊື່ພຣະບວດໃໝ່ ສາມາດເອີ້ນໄດ້ຫລາຍແບບ ຊຶ່ງອິງຕາມແຕ່ລະທ້ອງຖິ່ນທີ່ນິຍົມເອີ້ນກັນ ເຊັ່ນ ເອີ້ນພຣະ ບວດໃໝ່ວ່າ ພຣະ ໝ່ອມ ເຈົ້າຫົວໝ່ອມ ຕຸ ສາທຸ ຄູບາ ຍາຄູ ອາຈາຣຍ໌ ພຣະອາຈາຣຍ໌ ເປັນຕົ້ນ ນອກຈາກຄໍາສັບຕ່າງໆ ທີ່ໃຊ້ເອີ້ນພຣະບວດ ໃໝ່ແລ້ວຍັງມີຄໍາສັບອີກຈໍານວນໜຶ່ງທີ່ໃຊ້ເອີ້ນນໍາໜ້າຊື່ພຣະ ໃນພຸທສາສນາເຊັ່ນ ພຣະມະຫາ ຊຶ່ງເປັນຄໍາສັບສະມະນະສັກໃຊ້ນໍາໜ້າຊື່ ພຣະພິກຂຸທີ່ສອບເສັງພາສາບາລີໄດ້ຕັ້ງແຕ່ ປະຣຽນທັມ 3 ປະໂຫຍກຂຶ້ນໄປ ຄໍາວ່າ ມະຫາ ມາຈາກສັບໃນພາສາບາລີວ່າ ມະຫັນຕະ ຫຍ້ໍຮູບເປັນ ມະຫາ ໃຊ້ນໍາໜ້າພຣະເຖຣະຜູ້ມີຮ່າງກາຍສູງໃຫຍ່ໃນຄັ້ງພຸທກາລເຊັ່ນ ພຣະມະຫາກັດສະປະເຖຣະ ພຣະມະຫາໂມກຄັນລານະ ແລະຍັງໃຊ້ນໍາໜ້າ ຍົກຍ້ອງພຣະເຖຣະຜູ້ເປັນທີ່ໜ້າເຄົາລົບນັບຖືວ່າ ພຣະມະຫາເຖຣະ ແປວ່າ ພຣະເຖຣະຜຼ້ໃຫຍ່

 

ນອກຈາກນີ້ໃນສມັຍພຣະຣາຊະອານາຈັກລາວຍັງໄດ້ມີກົດໝາຍປົກຄອງຄະນະສົງຄ໌ຂຶ້ນຮຽກວ່າ ພຣະຣາຊະບັນຍັດ ຄະນະສົງຄ໌ ໃນພຣະຣາຊະ ບັນຍັດຄະນະສົງຄ໌ສະບັບປະກາດໃຊ້ເມື່ອວັນທີ 25 ພຶສພາ 2502 (ຄ.ສ.1959) ໝວດທີ 1 ວ່າດ້ວຍສະມະນະສັກ ແລະຕໍາແໜ່ງສົງຄ໌ ມາຕາ 2 ຊັ້ນຍົດຂອງພຣະສົງຄ໌ໃນພຣະຣາຊະອານາຈັກລາວມີ 6 ຂັ້ນ ໄດ້ແກ່

 

  • (1) ພຣະຍອດແກ້ວ ຕໍາແໜ່ງສົມເດັດພຣະສັງຄະຣາຊ (ເປັນຕໍາແໜ່ງ ສູງສຸດຂອງການປົກຄອງຄະນະສົງຄ໌ລາວ)
  • (2) ພຣະລູກແກ້ວ ຕໍາແໜ່ງ ຮອງສົມເດັດພຣະສັງຄະຣາຊ
  • (3) ພຣະຫລັກຄໍາ ຕໍາແໜ່ງພຣະຣາຊາ ຄະນະ
  • (4) ພຣະຄຣູ ພຣະທີ່ມີອາຍຸພັນສາ 10 ຂຶ້ນໄປ
  • (5) ພຣະຊາ ພຣະທີ່ມີອາຍຸພັນສາ 5 ຂຶ້ນໄປ ແລະ
  • (6) ສົມເດັດ (ສັມເລັດ) ພຣະທີ່ມີອາຍຸ ພັນສາຕ່ໍາກວ່າ 5[5] ແຕ່ໃນທັມມະນູນ ປົກຄອງສົງຄ໌ລາວ (ສະບັບປັບປຸງ) 2547 (ຄ.ສ.2004) ບໍ່ໄດ້ກ່າວເຖີງການແຕ່ງຕັ້ງແລະມອບສະມະນະສັກ ໃຫ້ແກ່ພຣະສົງຄ໌ ແຕ່ປະການໃດ ພຽງແຕ່ກ່າວເຖີງ ການຈັດຕັ້ງຂອງ ຄະນະບໍຣິຫານສົງຄ໌ ຊຶ່ງໃນໝວດທີ່ 4 ມາຕາ 13 ກ່າວເຖີງອົງການ ພຸທສາສນາສຳພັນລາວ ເປັນອົງການບໍຣິຫານຂັ້ນສູງສຸດ ຂອງພຣະສົງຄ໌ລາວ ຈັດຕັ້ງຂື້ນຕາມລະບົບການລວມສູນປະຊາທິປະໄຕ ນໍາພາເປັນຄະນະ ຮັບຜິດຊອບເປັນບຸກຄົນ ທຸກຄົນຂຶ້ນກັບການຈັດຕັ້ງສຽງສ່ວນນ້ອຍຂຶ້ນກັບສຽງສ່ວນຫລາຍ ຂັ້ນລຸ່ມຂຶ້ນກັບ ຂັ້ນເທິງ ທັງໝົດຂຶ້ນກັບກອງ ປະຊຸມໃຫຍ່ ແລະມາຕາ14 ໄດ້ກ່າວເຖີງສາຍໃຍການຈັດຕັ້ງຂອງອົງການພຸທສາສນາສຳພັນລາວມີ 4 ຂັ້ນຄື (1) ຂັ້ນສູນກາງ (2) ຂັ້ນແຂວງ ນະຄອນຫລວງແລະເຂດພິເສດ (3) ຂັ້ນເມືອງ ແລະ (4) ຂັ້ນວັດ[6]

 

ນອກຈາກຄໍາສັບຕ່າງໆ ສະມະນະສັກ ຕໍາແໜ່ງຂອງພຣະສົງຄ໌ທີ່ໄດ້ກລ່າວມາຂ້າງຕົ້ນນັ້ນ ຍັງມີຄໍາສັບອີກຈໍານວນຫນຶ່ງ ທີ່ມັກ ເອີ້ນຄໍາ ນໍາຫນ້າ ພຣະເຊັ່ນ ສາທຸພໍ່ ຍາພໍ່ ຍາປູ່ ຊຶ່ງຄໍາດັ່ງກ່າວໜ້າຈະເປັນຄໍາສັບທີ່ເອີ້ນນໍາໜ້າພຣະສົງຄ໌ ທີ່ເຄີຍສ້າງຄອບຄົວ ມີລູກຫລານ ແລ້ວເຂົ້າບວດ ເປັນພຣະໃນພຸທສາສນາ ສ່ວນຄໍາວ່າ “ຍາທ່ານ” ເປັນຄໍາສັບທີ່ຄົນລາວພາກໃຕ້ແລະພາກກາງ ຕອນໃຕ້ໃຊ້ເອີ້ນ ຄໍານໍາໜ້າ ພຣະສົງຄ໌ ທີ່ມີອາຍຸ ພັນສາ 20 ຂຶ້ນໄປ ຊຶ່ງພຣະສົງຄ໌ອົງນັ້ນເປັນຜູ້ປະພຶດດີປະຕິບັດຊອບ ມີຄວາມຕັ້ງໝັ້ນຢູ່ໃນສະມະນະເພດ ທໍາໃຫ້ຊາວບ້ານເກີດຄວາມເຄົາລົບ ສັດທາໃນຕົວທ່ານຢ່າງແທ້ຈິງ

 

6. ອານິສົງສ໌ຂອງການບວຊ

  • (1) ເປັນຜູ້ຮູ້ຈັກບໍຣິຫານເວລາ ຄືເປັນຜູ້ຮູ້ກາລ ເຖິງວ່າຊ່ວງເວລາໃນການບວຊຈະສັ້ນ ແຕ່ຖ້າຕັ້ງໃຈປະຕິບັດຢ່າງແທ້ຈິງ ກໍ່ຈະໄດ້ຮັບ ຄວາມສຸຂສງົບຈາກການບໍາເພັນສະມະນະທັມ
  • (2) ມີໂອກາດໄດ້ສຶກສາຫລັກທັມ ໄດ້ເຝິກວິນັຍ ແລະເຂົ້າໃຈວັທນະທັມໃນການຢູ່ຮ່ວມກັນເປັນໝູ່ຄະນະ ຖ້າຕັ້ງໃຈເຝິກຝົນອົບຮົມຕົນເອງ ຢ່າງແທ້ຈິງ ຕໍ່ໄປຈະເປັນຄົນມີຣະບຽບວິນັຍ
  • (3) ໄດ້ຝິກສະມາທິ ທໍາຈິຕໃຫ້ສງົບ ຊຶ່ງຈະເປັນຜົລດີຕໍ່ການຮຽນແລະການທໍາງານຕ່າງໆ
  • (4) ທໍາໃຫ້ມີຄວາມອົດທົນ ບໍ່ຫວັ່ນໄຫວຕໍ່ອຸປະສັກໃດໆ ທໍາໃຫ້ຮູ້ຈັກຕົນເອງຄື ຮູ້ວ່າຕົນເອງມີຄວາມຮູ້ ຄວາມສາມາດແລະຄຸນນະທັມເທົ່າໃດ ເພື່ອຈະໄດ້ປັບປຸງ ພັດທະນາຕົນເອງໃຫ້ດີຍິ່ງຂຶ້ນ
  • (5) ໄດ້ຊື່ວ່າເປັນຜູ້ເລີ້ມຖາກຖາງຫົນທາງໄປພຣະນິບພານ ເພາະຜູ້ບວຊຍ່ອມໄດ້ໂອກາດໃນການສັ່ງສົມ ເນກຂັມມະບາຣະມີ (ບາຣະມີທີ່ເກິດຈາກການອອກບວຊ) ຕາມຮອຍບາທຂອງພຣະພຸທເຈົ້າ
  • (6) ຜູ້ບວຊຍ່ອມໄດ້ບຸນໃຫຍ່ທີ່ຈະຊ່ວຍປິດອະບາຍ ເປິດຫົນທາງສວັນຄ໌ແລະພຣະນິບພານ ຕິດຕົວໄປຍາວນານເຖິງ 64 ກັລປ໌
  • (7) ຜູ້ບວຊແລະຜູ້ສນັບສນຸນການບວຊ (ເຈົ້າສັທທາບວຊ) ຍ່ອມໄດ້ອານິສົງສ໌ (ຜົລທີ່ໄດ້ຈາກການທໍາຄວາມດີ) ຄື ເປັນຜູ້ມີປັນຍາ ສັມມາທິຖິ ສົມບູນດ້ວຍໂພຄະຊັພຍ໌ ແລະອະຣິຍະຊັພຍ໌ ຈະໄດ້ເກິດໃນດິນແດນ ທີ່ມີພຣະພຸທສາສນາ ຈະເຣິນຮຸ່ງເຮືອງໄປນັບພົບນັບຊາດບໍ່ຖ້ວນ
  • (8) ສ້າງຜູ້ນໍາທາງສີລທັມໃຫ້ເກິດຂຶ້ນໃນປະເທດຊາດແລະສັງຄົມ ຈະໄດ້ຊ່ວຍກັນສືບທອດອາຍຸພຣະພຸທສາສນາໃຫ້ຢູ່ຄູ່ປະເທດຊາດແລະສັງຄົມຕລອດໄປ
  • (9) ສ້າງຄວາມຮັກ ຄວາມສາມັກຄີໃຫ້ເກິດຂຶ້ນແກ່ພຸທບໍຣິສັດ 4 ເພື່ອໃຫ້ທຸກພາກສ່ວນມີບົດບາດ ໃນການຟື້ນຟູ ສີລທັມ ແລະພັດທະນາສັງຄົມໄດ້ຢ່າງຍືນຍົງຕໍ່ໄປ

 

ທີ່ມາ:  ໜັງສືແລະ website ອ້າງອິງ

  • ຄະນະປັດຊະຍາສູນກາງພຸທສາສນາສໍາພັນລາວ. (2010). ວິນັຍພາກ 3. ນະຄອນຫລວງວຽງຈັນ:
  • ສຶກສາສົງຄ໌ສູນກາງ.ຈໍານົງ ທອງປະເສີດ. (2534). ປະຫວັດສາດພຣະພຸທສານາໃນເອເຊັຍອາຄະເນ.
  • ກຸງເທບຯ: ຄຸຣຸສະພາ. ບຸນຖັນ ສີນະວົງສ໌. (2011). ຄໍາສັພທ໌ເຄົ້າລາວທີ່ມາຈາກບາລີ-ສັນສກຣິຕ. Paris: Mayenne Imprime sur presse.
  • ມະຫາສິລາ ວີຣະວົງສ໌. (2549). ວັຈນານຸກົມພາສາລາວ (ສະບັບປັບປຸງໃໝ່). ພິມເທື່ອທີ 3. ນະຄອນຫລວງວຽງຈັນ.
    ຈໍາປາການພິມ.
  • ສຸຊີພ ປຸນຍານຸພາບ. (2538). ພຣະໄຕຣປິດົກ ສະບັບສໍາຫລັບປະຊາຊົນ. ພິມເທື່ອທີ 16. ກຸງເທບຯ: ໂຮງພິມມະຫາມະກຸດຣາຊວິທຍາໄລ.
  • ອົງການພຸທສາສນາສຳພັນລາວ. (2004). ທັມມະນູນປົກຄອງສົງຄ໌ລາວ. ວຽງຈັນຯ: ເອກະສານອັດສຳເນົາ (ຫຍິບເຫລັ້ມ).