
ຫໍສະພາແຫ່ງຊາດຫຼັງໃໝ່ ຈະສ້າງສໍາເລັດ ທ້າຍປີ 2020 !
16th June 2020ຫໍສະພາແຫ່ງຊາດຫຼັງໃໝ່ ແມ່ນຂອງຂວັນຈາກພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມມອບໃຫ້ພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວ, ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ. ເລີ້ມຕົ້ນລົງມືການກໍ່ສ້າງ ມາຕັ້ງແຕ່ປີ 2017 ເປັນຕົ້ນມາ.
ຫໍສະພາແຫ່ງຊາດ ມີມູນຄ່າການກໍ່ສ້າງ 100 ລ້ານກວ່າໂດລາ: ລວມມີ 5 ຊັ້ນ ແລະ ຊັ້ນໃຕ້ດິນ ຊຶ່ງສາມາດບັນຈຸ ບຸກຄະລາກອນແຕ່ 800-1.000 ຄົນ. ໃນນັ້ນ ມີສະໂມສອນໃຫຍ່, ມີລະບຽງກ້ວາງ, ບັນດາຫ້ອງປະຊຸມໃຫຍ່, ຫ້ອງປະຊຸມກາງ ແລະ ນ້ອຍ, ຫ້ອງເຮັດວຽກສໍາລັບບັນດາສະມາຊິກ ຄະນະກໍາມາທິການປະຈໍາການສະພາແຫ່ງຊາດ.
.
ພາຍຫຼັງສໍາເລັດ, ສະພາແຫ່ງຊາດຫຼັງໃໝ່ຂອງລາວ ຊຶ່ງບໍ່ພຽງຮັບປະກັນທຸກການ ເຄື່ອນໄຫວຂອງສະພາແຫ່ງຊາດ ໃນໄລຍະເວລາ 100 ກວ່າປີ, ແຕ່ຍັງປະກອບສ່ວນສໍາຄັນ ເພື່ອໃຫ້ສາຍພົວພັນພິ ເສດ ລາວ – ຫວຽດນາມນັບມື້ ພັດທະນາ, ສົມກັບເປັນສັນ ຍາລັກໃຫ້ແກ່ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ນໍ້າໃຈສາ ມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ: ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຫວຽດນາມອ້າຍນ້ອງ.
.
Source: ໜັງສືພິມປະຊາຊົນ
ຮູບພາບ: Noy Images