
ຖ້ຳທີ່ຍາວທີ່ສຸດໃນລາວ ແລະ ຕິດອັນດັບ 6 ຂອງໂລກ “ຖ້ຳຈອມອອງ” ອຸດົມໄຊ
15th June 2020ຖໍ້າຈອມອອງ ຖໍ້າມະຫັດສະຈັນ, ງົດງາມ ປານສະຫວັນເທິງດິນ,
.
.
ຖໍ້ານີ້ ທີ່ມີຄວາມຍາວ ອັນດັບ 1 ຂອງສປປ ລາວ ແລະ ອັນດັບທີ່ 6 ຂອງໂລກ ມີຄວາມຍາວທັງໝົດ 18 ກ່ວາ ກິໂລແມັດ ຕັ້ງຢູ່ ບ້ານຈອງອອງ ເມືອງໄຊ ແຂວງອຸດົມໄຊ, ຫ່າງຈາກຕົວເມືອງ ຕົວເມືອງພຽງ 24 ກມ ທາງປູຢາງ ແລະ ອີກ16 ກມ ທາງດິນແດງ.
.
ປະຈຸບັນ ເປີດໃຫ້ນັກທ່ອງທ່ຽວ ເຂົ້າຊົມໄດ້ແລ້ວ !!!
.
ຢູ່ພາຍໃນຖໍ້າບາງບ່ອນ ມີສາຍນໍ້າໄຫຼຜ່ານ, ມີນົມຜາ, ຫີນຍ້ອຍ ທີ່ມີລວດລາຍທີ່ສວຍສົດງົດງາມ, ຫີນແກ້ວເປັນສີຂາວເຫຼືອມ ຄືກັບເພັດພອຍ ປະດັບປະດາຫ້ອຍຢູ່ຕາມຝາ. ເປັນຖໍ້າໃໝ່ ທີ່ສວຍງາມລະດັບຊາດ, ລະດັບອາຊຽນ ແລະ ລະດັບໂລກ. ປະຈຸບັນ ໄດ້ຮັບງົບປະມານ ຈາກ ADB ສ້າງເສັ້ນທາງເຂົ້າສູ່ເຂດຖໍ້າ ຊຶ່ງໃກ້ຈະສໍາເລັດ ແລະ ໄປມາ ໄດ້ຢ່າງສະດວກ ສະບາຍ.
.
.
ພາບໂດຍ: Bee Porsengvong, Keo Soudhammo, Aea Vilaiphet