
Michele Morrone ໄວ 30 ປີ ພະເອກຮູບເງົາຢູ່ Netflix ທີ່ກຳລັງມາແຮງ
12th June 2020ເກີດມາມີບຸນແທ້ບ່າວ, ໜຸ່ມຫຼໍ່ Michele Morrone ພະເອກຮູບເງົາຢູ່ Netflix ຄົນນີ້ກຳລັງມາແຮງ 365 DNI ແອັດກະບໍ່ຮູ້ເລື່ອງເຫັນຄົນເວົ້າເຖິງຫຼາຍ
ເຊື່ອວ່າລາວເຮົາເອງຄົງບໍ່ຮູ້ຈັກ ແລະ ບໍ່ຄຸ້ນມາກ່ອນຫາກບໍ່ແມ່ນສາຍທີ່ເບິ່ງຮູບເງົາ ແຕ່ເລື່ອງນີ້ເຫັນຄົນເວົ້າເຖິງຫຼາຍນະຕອນນີ້ ຄືຮູບເງົາເລື່ອງ ຮູບເງົາ 365 DNI ໜຸ່ມ Michele Morrone ເປັນພະເອກເລື່ອງທີ່ເຈົ້າຊູ້, ຫຼໍ່ຫຼາຍງົວຕາບ ຄວາຍລົ້ມ ສຳລັບໃຜທີ່ມັກແນວນີ້ (ແຕ່ບໍ່ແມ່ນແອັດມິນ 555 ບໍ່ເຫຼືອ)
ມາຮູ້ຈັກໜຸ່ມຄົນນີ້ກັນ Michele Morrone ເກີດເມື່ອວັນທີ 3 ຕຸລາ 1990 ເມືອງ Apulia ປະເທດອີຕາລີດ ເຊື້ອຊາດອີຕາລີ ອາຍຸ 30 ປີ ສູງ 189 ຊັງຕີແມັດ ເປັນໜຸ່ມນັກສະແດງທີ່ມີຄວາມສາມາດຫຼາກຫຼາຍ
Michele Morrone ຫຼິ້ນກິລາຍິມນາສຕິກ (ກິລາໃຊ້ຮ່າງກາຍ, ໂດດເຕັ້ນດ ຕີລັງກາ), ຂີ່ມ້າ, ລອຍນ້ຳ ແລະ ເຕັ້ນເກັ່ງຫຼາຍ
ປັດຈຸບັນໂສດເດີ້ ສາວໆ (ຍິ້ມແປັ້ນເລີຍແມ່ນບໍ່) ແຕ່ເຂົາເຄີຍຜ່ານການແຕ່ງດອງມາແລ້ວ ເປັນສາວດີໄຊເນີ ນັກອອກແບບສາວງາມ ເລບານອນ Rouba Saadeh ຜູ້ກໍ່ຕັ້ງແບນ Le Paradis Des Fous ທັ້ງຄູ່ຄົບກັນປະມານ 1 ປີ ກ່ອນຈະແຕ່ງງານໃນປີ 2014 ມີລູກຊາຍນຳກັນ 2 ຄົນ ແຕ່ຊີວິດຄູ່ກໍຈົບລົງເມື່ອປີ 2018
ໂດຍໜຸ່ມ Michele Morrone ເປີດເຜີຍວ່າ ການຍ່າໃນຄັ້ງນີ້ສົ່ງຜົນກະທົບຕໍ່ຊີວິດ ແລະ ຈິດໃຈຂອງເຂົ້າເກີດເປັນພາວະຊຶມເສົ້າ ຈົນຕ້ອງໄປເຮັດວຽກໃນສວນໃນໝູ່ບ້ານທີ່ຫ່າງໄກ ແລະ ຕອນນັ້ນກໍບໍ່ມີເງິນຕິດໂຕເລີຍ
ຢ່າງໃດກໍຕາມ ເຖິງວ່າອາດີດພັນລະຍາບໍ່ໄດ້ຢູ່ນຳກັນແລ້ວ ແຕ່ທັງຄູ່ກໍຍັງລ້ຽງລູກຊາຍນຳກັນ
ຕອນອາຍຸ Michele Morrone 28 ປີ ເຂົາໄດ້ຮັບສັບສິນ 1-5 ລ້ານຫຼຽນ (ຄູນເອົາເດີ້) ຖືວ່າຫຼາຍສົມຄວນ ເພື່ອປະກອບອາຊີບເປັນສິນລະປິນດ ນັກສະແດງ ເຊື່ອວ່າຫຼັງຈາກນີ້ຄ່າໂຕເຂົາເພີ່ມຂຶ້ນຈາກການສະແດງທີ່ໄດ້ຮັບຄວາມນິຍົມໄປທົ່ວໂລກຂອງ 365 DNI
ກ່ອນໜ້ານີ້ Morrone ເຄີຍມີຜົນງານທາງ Netflix ມາກ່ອນເລື່ອງ The Trial ສ່ວນຕອນນີ້ພະເອກ 365 DNI ກໍກຳລັງມີຄົນເວົ້ເຖິງກັນຫຼາຍໃນໂລກອອນລາຍ ຫຼາຍຄົນຄົງເຫັນ
ຊົມຄວາມຫຼໍ່ຂອງພະເອກແລ້ວ ດີຕໍ່ໃຈ
ເປັນແຟນແອັດເທາະ ….
ຈາກ :e-talenta.eu,networthspedia,republicworld,iammichelemorroneofficial