
ບອຍລູກຊາຍ ກິດາວເພັດ ປອດໄພແລ້ວເດີ້ ຜ່າຕັດໄສ້ຕິງ
9th June 2020ຫຼາຍຄົນຕ່າງໃຫ້ກຳລັງໃຈຄອບຄົວ ໜູຫ່ວງ ທີ່ ກິດາວເພັດ ລາຊາເພງລູກທົ່ງລາວ ຜູ້ເປັນຫົວໜ້າຄອບຄົວໄດ້ລ່ວງຫຼັບໄປເມື່ອທ້າຍເດືອນເມສາ ທີ່ຜ່ານ ແລະຫຼ້າສຸດລູກຊາຍຕ້ອງເຂົ້າຜ່າຕັດດ່ວນ ເຮັດໃຫນແຟນເພງຕ່າງເປັນຫ່ວງ ແລະ ໃຫ້ກຳລັງໃຈ
ແຕ່ຫຼ້າສຸດ ມື້ນີ້ ວັນທີ 9 ມິຖຸນາ 2020 ເອື້ອຍຄໍາພຸດ ເມຍນັກຮ້ອງດັງ ກິ ດາວເພັດໜູຫ່ວງ ໄດ້ອອກມາໂພສພາບລູກຊາຍ ພ້ອມຂໍ້ຄວາມສະແດງຄວາມຂອບໃຈຕໍ່ທຸກໍາລັງໃຈທີ່ສົ່ງໃຫ້ ໂດຍລະບຸວ່າ: ຂໍຂອບໃຈນຳທຸກໆທ່ານທີ່ຮ່ວມສົ່ງກຳລັງໃຈໃຫ້ຄອບຄົວຜູ້ຂ້ານ້ອງປອດໄພແລ້ວອີກປະມານ4-5ມື້ກໍ່ສິໄດ້ອອກໂຮງໝໍແລ້ວຂອບໃຈຫລາຍໆທີ່ເປັນຫ່ວງ ແລະ ຮັກແພງຄອບຄົວໜູຫ່ວງຂໍໃຫ້ທຸກທ່ານຈົ່ງມີແຕ່ຄວາມສຸກໂຊກດີຕະຫຼອດໄປ.
.
ແນວໃດກໍ່ຕາມ ຈາກທີ່ແອັດມິນນໍາສະເໜີຂ່າວໄປໃນມື້ວານນີ້ ເຫັນໄດ້ເຖິງກໍາລັງໃຈຈາກທົ່ວສັງຄົມຢ່າງລົ້ນຫຼາມ ທີ່ສົ່ງໄປໃຫ້ນ້ອງບອຍ ແລະ ຄອບຄົວໜູຫ່ວງ ເຊິ່ງແອັດກໍ່ເປັນໜຶ່ງໃນນັ້ນ ແລະ ຖືເປັນຂ່າວດີແກ່ທຸກຄົນທີ່ຕອນນີ້ນ້ອງປອດໄພ ກັບມາສູ່ອ້ອມກອດຂອງແມ່ແລ້ວ.