
ສາທຸນຳເຈົ້າສັດທາ ສ້າງຣາຊຣົຖຮູບຫົງຄຳ ເພື່ອແຫ່ສະຣິຣະສັງຂາຣ ອົງປະມຸກສົງ ແຫ່ງ ສ.ປ.ປ.ລາວ
8th June 2020ການສ້າງຣາຊຣົຖຮູບຫົງຄຳ ເພື່ອແຫ່ສະຣິຣະສັງຂາຣ ຂອງງານຊາປະນະກິດພຣະສົບອົງພຣະຍອດແກ້ວ ມະຫາງອນ ດໍາຣົງບຸນ ມະຫາເຖຣະເຈົ້າ ປະທານສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສ.ປ.ປ.ລາວ
ປັດຈຸບັນນີ້ແມ່ນສ້າງສຳເລັດໄປແລ້ວ ປະມານ 80% ສ່ວນທີເຫລືອຄາດວ່າຈະມີການເກັບລາຍລະອຽດ ຄວາມຮຽບຮ້ອຍ ຣາຊຣົຖຮູບພຣະຍາຫົງຄຳນີ້ແມ່ນ
ທ່ານ ສີສະຫວາດ ທີຣະວົງ ເຈົ້າຂອງສວນຜູ້ໄທທີຣະ ເປັນເຈົ້າມູນລະສັດທາ ໃນການສ້າງຖວາຍເປັນພຸທບູຊາ ຖວາຍອຸທິດໃນຊາປະນະກິດພຣະສົບອົງພຣະຍອດແກ້ວ ມະຫາງອນ ດໍາຣົງບຸນ ມະຫາເຖຣະເຈົ້າ
ເພື່ອຖວາຍພຣະເພິງໃນມື້ວັນທີ 26/06/2020 ທີລານເດິ່ນພຣະທາຕຸຫລວງວຽງຈັນ
ຂອບໃຈຮູບພາບຈາກ : Bounpheng Duangmala