
ວັດເກົ່າແກ່ໂຜ່ກາງນ້ຳ ໃນຮອບ 50 ປີ ນັບວ່າເປັນບຸນຕາ ແລະ ສາທຸນຳ
8th June 2020ຊາວໄທຕະລຶ້ງວັດເກົ່າແກ່ໂຜ່ກາງນ້ຳ ໃນຮອບ 50 ປີ ນັບວ່າເປັນບຸນຕາ ແລະ ສາທຸນຳ ໃຜທີ່ຢາກໄປຊົມ ໄປເບິ່ງໄດ້ກ່ອນທີ່ເຖິງໜ້າຝົນ, ເພາະຖ້າຝົນຕົກຫຼາຍປີນີ້ ກໍຈະບໍ່ມີໂອກາດໄດ້ເຫັນແບບນີ້ ສຳລັບຄົນລາວທີ່ຢູ່ພຸ້ນກໍຄົງໄປຊົມ ໄປເບິ່ງໄດ້ສະບາຍ ແຕ່ສຳລັບຄົນທີ່ຢູ່ທາງນີ້ ຫຼັງເປີດປະເທດພຸ້ນລະຈຶ່ງຈະໄດ້ໄປ
ແຕ່ກໍຊົມພາບໄປກ່ອນ ມີໂອກາດຈຶ່ງໄປສຳຜັດເຫັນດ້ວຍຕາໂຕເອງ ປີນີ້ຖືວ່ານ້ຳແຫ້ງຫຼາຍ ຈົນເຮັດໃຫ້ເຫັນພະອຸໂບສົດ ຫຼື ວັດເກົ່າແກ່ອາຍຸ 150 ກວ່າປີ ຂອງ วัดวุฒิศิลป์ชัย ອຳເພີ ໂນສັງ ຕຳບົນ ໂຄກໃຫຍ່ ຈັງຫວັດ ໜອງບົວລຳພູ ປະເທດໄທ
.
.
ຄົນໃນພື້ນທີ່ເລົ່າວ່າ ບໍລິເວນວັດເຄີຍເປັນມູ່ບ້ານເກົ່າ ໝູ່ບ້ານໃຫຍ່ ມີປະຊາຊົນອາໄສກວ່າ 500 ຫຼັງຄາເຮືອນ ຈົນມີການສ້າງເຂື່ອນ ປະຊາຊົນເລີຍໄດ້ຍ້າຍອອກຈາກບ່ອນນີ້ ແລະ ວັດນີ້ກໍຖືກນ້ຳຖ້ວມຕະຫຼອດມາ
.
.
.
ຫາກນັກທ່ອງທ່ຽວຈະໄປ ຕ້ອງເດີນທາງໄປທາງ ຫາດໂນນຍາວ ອຳເພີ ໂນນສັງ ເຂົ້າຊົມໄດ້ 2 ຈຸດ ທາງຫາດຍາວ ຕ້ອງນັ່ງເຮືອມາເໝາະສຳລັບຄົນທີ່ຢາກນັ່ງເຮືອຊົມບັນຍາກາດ ແລະ ອີກທາງ ທາງບ້ານ ໂຄກໃຫຍ່ຂັບລົດເຂົ້າເຖິງໄດ້ ມີຂົວໄມ້ໄຜ່ໃຫ້ຍ່າງເຖິງວັດໄດ້
.
.
Cr. คนขอนแก่น