
ເນື້ອງອກໃນມົດລູກ ພະຍາດຍອດຮິດຂອງສາວໄວເຮັດວຽກ ມີອາການພົບແພດດ່ວນ
8th June 2020ເລື່ອງນີ້ບອກເລີຍວ່າ ຢ່າຢ້ານທີ່ຈະໄປຫາມໍ ວິທີສັງເກດພະຍາດຮ້າຍສຳລັບແມ່ຍິງ ພະຍາດເນື້ອງອກໃນໝັດລູກ ທີ່ມັກເກີດຂຶ້ນກັບສາວໄວເຮັດວຽກ ຫາກໃຜທີ່ມີອາການດັ່ງຕໍ່ໄປນີ້ ແນະນຳໃຫ້ໄປຫາໝໍດ່ວນ
ຜູ້ຊຽວຊານຈາກປະເທດເພື່ອນບ້ານ ໄດ້ຜ່າຕັດມົດລູກໃຫ້ກັບ 4 ສາວ ອາຍຸໄວ 32, 36, 40 ແລະ 42 ປີຕາມລຳດັບ ພົບເນື້ອງອກໃນມົດລູກຂະໜາດ 16-20 ຊັງຕິແມັດ ແຕກຕ່າງກັນໄປ ເຊິ່ງມັນເປັນອັນຕະຫຼາຍ ແລະ ເປັນພະຍາດມັກເກີດກັບສາວໆ ແນະນຳເລີຍວ່າໃຜມີອາການດັ່ງຕໍ່ໄປນີ້ ຢ່າສະລ້າໃຈ
1 ຄົນໄຂ້ຄຳເບິ່ງທ້ອງນ້ອຍ ຮູ້ສຶກເປັນກ້ອນໆ ແຕ່ກໍບໍ່ໄດ້ໃສ່ໃຈ ບໍ່ໄປພົບແພດໝໍ ບໍ່ມີເວລາຢ້ານເສຍງານ, ກັງວົນຄ່າໃຊ້ຈ່າຍ ແລະ ອື່ນໆ ຈຶ່ງປະໄວ້ປະມານປີ ບໍ່ໄດ້ໄປພົບແພດ ແລະ ກ້ອນເນື້ອນັ້ນກໍໃຫຍ່ຂ້ນເລື້ອຍໆ
2 ປະເດືອນມາບໍປົກກະຕິ ປວດປະຈຳເດືອນເວລາປະຈຳເດືອນມາ ເລືອດອອກມາດົນດົນກວ່າ 7 ມື້ດ ບາງຄົນມີອາການແຮງເຖິງຂັ້ນເປັນວິນ
3 ປວດທ້ອງນ້ອຍ ຂບາງຄັ້ງຕິດຂັດ ຈົນຕິດເຊື້ອໃນກະເພາະປັດສະວະດຸໆ
4 ເຈັບທ້ອງ ຖອກທ້ອງ ເຂົ້າຫ້ອງນ້ຳໃຊ້ເວລາດົນ
5 ບາງຄົນທີ່ຍັງບໍ່ມີລູກ ໄປກວດພົບກ້ອນເນື້ອ ອາດເຖິງຂັ້ນໄດ້ຜ່າຕັດມົດລູກ ແລະຕ້ອງໄດ້ຕິດຕາມອາການ ກ້ອນເນື້ອຈະໃຫຍ່ຂຶ້ນ ແລະ ອາດເຖິງຂັ້ນເປັນມະເລັງຫາກບໍ່ຜ່າຕັດເອົາອອກ
ດັ່ງນັ້ນໃຜທີ່ມີອາການ ແລະ ສົງໄສ ຄວນໄປພົບແພດໝໍ ເພື່ອກວດ ທັງນີ້ກໍເພື່ອສຸຂະພາບຂອງທ່ານເອງ