
ບັນຫານີ້ຍັງແກ້ບໍ່ຕົກ ເຫັນຢູ່ປະຈຳ ຂີ້ເຫຍື້ອຊະຊາຍແຖວແຄມຂອງ ບ່ອນທ່ຽວຂອງລາວ
7th June 2020ໜັກໃຈ! ຂີ້ເຫຍື້ອແຄມຂອງຍິ່ງຫຼາຍຂຶ້ນ !!!
ຕອນແລງວັນເສົາ ທີ 6 ມິຖຸນາ 2020 ທີ່ແຄມຂອງ ແລະ ສວນເຈົ້າອານຸວົງ, ສະມາຊິກກຸ່ມອາສາດ້ວຍໃຈ ຮັກຄວາມສະອາດ ໄດ້ເຮັດອານາໄມເກັບຂີ້ເຫຍື້ອຢູ່ບໍລິເວນດັ່ງກ່າວ ແລະ ພົບເຫັນຂີ້ເຫຍື້ອຫລາຍຫລາຍຖົງເປັນກອງໃຫຍ່ ໃຈກາງນະຄອນຫລວງທີ່ເປັນແຫ່ງທ່ອງທ່ງວ ແລະ ເປັນໃບຫນ້າໃບຕາສໍາຄັນຂອງນະຄອນຫລວງໄດ້ຖືກທໍາລາຍລົງ ຈາກ ສ ສະອາດ ກາຍເປັນ ສ ສົກກະປົກເຂົ້າມາແທນໂດຍປະລິນຍາຍ.
.
ກອງຂີ້ເຫຍື້ອດັ່ງກ່າວໄດ້ຖືກຖິ້ມໄວ້ເຊັ່ນນັ້ນເກືອບອາທິດແລ້ວ ເຮັດໃຫ້ມີກິ່ນເໝັນ ແລະ ໂຕໜອນແມງວັນເປັນຈໍານວນຫລວງຫລາຍ ເປັນບ່ອນບົ່ມຊ້ອນເຊື້ອພະຍາດຈາກຂີ້ເຫຍື້ອ. ສະນັ້ນ, ຈຶ່ງຮ້ອງຂໍໄປຍັງພາກສ່ວນເກັບມ້ຽນຂີ້ເຫຍື້ອໃຫ້ໄປເອົາຖົງຂີ້ເຫຍື້ອດັ່ງກ່າວ ແລະ ຄວນມີມາດຕະການຢ່າງເດັດຂາດຕໍ່ຜູ້ທີ່ຖິ້ມຂີ້ເຫຍື້ອຊະຊາຍເຮັດໃຫ້ບໍລິເວນດັ່ງກ່າວເປື້ອນເປິ້ບໍ່ສະອາດງາມຕາ
.
Cr: ກຸ່ມອາສາດ້ວຍໃຈ ຮັກຄວາມສະອາດ