
ຖ້ຳຈອມອອງ ເມືອງໄຊ ໃຫຍ່, ຍາວ 16 ກວ່າກິໂລ ແລະ ສວຍງາມທີ່ສຸດໃນແຂວງອຸດົມໄຊ ກຽມຈະເປີດບໍລິການໄວໆນີ້
6th June 2020ຖ້ຳຈອມອອງ ຕັ້ງຢູ່ບ້ານຈອມອອງ, ຫ່າງຈາກເທດສະບານເມືອງໄຊ 43 ກິໂລແມັດ ເປັນອີກໜຶງແຫຼ່ງທ່ອງທ່ຽວໜຶ່ງຂອງແຂວງອຸດົມໄຊ ເຊິ່ງເປັນຖ້ຳໃຫຍ່, ຍາວ ແລະ ສວຍງາມທີ່ສຸດຂອງແຂວງ ດ້ານໃນປະກອບດ້ວຍສີສັນຕ່າງໆແບບທຳມະຊາດທີ່ໜ້າອັດສະຈັນ,
ມີຫຼາຍຮູເຂົ້າ-ອອກ ເຊິ່ງມີຄວາມຍາວທັງໝົດປະມານ 16 ກວ່າກິໂລແມັດ, ຄວາມກວ້າງຂອງຖ້ຳ ປະມານ 15 – 50 ແມັດ ແລະ ຄວາມສູງປະມານ 25-100 ແມັດ, ຢູ່ໃນຖ້ຳບາງບ່ອນມີສາຍນ້ຳໄຫຼຜ່ານ, ມີນົມຜາ, ຫີນຍ່ອຍທີ່ມີລວດລາຍສວຍງາມ, ຫີນແກ້ວເປັນສີຂາວເຫຼື້ອມຄືກັບເພັດພອຍເປັນກ້ອນໃຫຍ່ປະດັບປະດາຫ້ອຍຢູ່ຕາມຝາຫີນ
ເຊິ່ງປະຈຸບັນແມ່ນໄດ້ຮັບທຶນກູ້ຢືມຈາກທະນາຄານອາຊີ ໃນການປັງປຸງເສັ້ນທາງເຂົ້າເຖິງ ແລະ ສິ່ງອຳນວຍຄວາມສະດວກພາຍໃນບໍລິເວນຖ້ຳ
ໄລຍະໂຄງການຊ່ວງທີ 1 ແມ່ນສຳເລັດ 98% ແລ້ວ ເຊິ່ງປະກອບມີ ເສັ້ນທາງປູຢາງ ຊ່ວງໄລຍະ 40 ກິໂລແມັດ ແຕ່ບ້ານຫ້ວຍອຸ່ນ-ຖ້ຳຈອມອອງ ແລະ ສິ່ງອຳນວຍຄວາມສະດວກພາຍໃນຖ້ຳ,
ບໍລິເວນນອກຖ້ຳ ແລະ ສືບຕໍ່ໂຄງການໄລຍະ 2 ໃນການປູທາງຍາງ ຊ່ວງໄລຍະທາງ 16 ກິໂລແມັດ ແຕ່ບ້ານນ້ຳບໍຕາໄກ-ບ້ານຈອມອອງ ເຊິ່ງຈະເປີດໃຫ້ບໍລິການໃນໄວ້ໆນີ້.
Cr: Oudomxay Tourism