
ແຈ້ງປິດຂົວນໍ້າແຈ້ງ ເມືອງໂພນໂຮງ ແຂວງວຽງຈັນ 2-3 ມື້ ໄປໄດ້ມີແຕ່ລົດຈັກເທົ່ານັ້ນ ລົດອື່ນຫຼີກເວັ້ນທາງອື່ນກ່ອນ
3rd June 2020ຂົວນໍ້າແຈ້ງແຕກ ເມືອງໂພນໂຮງ ແຂວງວຽງຈັນ ໃນວັນທິ 03.06.2020
ແຈ້ງຂ່າວເພີ່ມເຕີມ: ຂົວນ້ຳແຈ້ງປິດແລ້ວເດີລົດນ້ອຍລົດໃຫຍ່ໄປບໍ່ໄດ້ ເຊິ່ງໄປໄດ້ມີແຕ່ລົດຈັກເທົ່ານັ້ນ (ປິດ2-3ມື້)
⛔ສຳລັບບັນດາທ່ານຈະເດີນທາງເຂົ້ານະຄອນຫຼວງວຽງຈັນ ແລະ ຈະເດີ່ນທາງຂຶ້ນວັງວຽງ ຄວນນຳໃຊ້ເສັ້ນທາງດັ່ງນີ້⛔
✅ສຳລັບທ່ານທີ່ມາຈາກນະຄອນຫຼວງວຽງຈັນ ແລະ ເດີນທາງມາແຕ່ວັງວຽງ ທີ່ເດີນທາງມາດ້ວຍເສັ້ນທາງ 13 ເໜືອ: ຄວນນຳໃຊ້ເສັ້ນທາງ ບ້ານນາໂພໃຕ້ ຫາ ບ້ານປາກແຈ້ງ ຫາ ບ້ານໂພນໝີ ອອກຫາ ບ້ານໂພນໂຮງ. ທາງຈະຍາກ ຖ້າບໍ່ຈຳເປັນບໍ່ໃຫ້ມາ
✅ສຳລັບທ່ານທີ່ເດີນທາງມາທາງບ້ານເກີນ: ຈະມີທາງແຍກໃກ້ກັບຕະຫຼາດບ້ານເກີນ ແລ້ວຊອດອອກໃກ້ກັບວິທະຍາໄລ ສ້າງຄູບ້ານເກີນ.