
ຊົມເຊີຍ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍ ສາກົນ !!!
1st June 2020ໃນຕອນເຊົ້າ ຂອງວັນທີ 1 ມິຖຸນາ 2020 ຢູ່ທີ່ ວັງເຍົາວະຊົນ ແລະ ຫໍມູນເຊື້ອຊາວໜຸ່ມ ນະຄອນຫຼວງວຽງຈັນ
ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຮ່ວມກັບ ບັນດາການນໍາຊາວໜຸ່ມ ພ້ອມດ້ວຍນ້ອງນັກຮຽນ ເຍົາວະຊົນ ອານຸຊົນ ຊາວໜຸ່ມ
ໄດ້ຮ່ວມກັນ ປູກຕົ້ນໄມ້ ໃນບໍລິເວນ ວັງເຍົາວະຊົນ ເພື່ອຮ່ວມສະເຫລີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ
ພ້ອມທັງຮ່ວມໃຫ້ຄໍາໂອວາດ ແກ່ນ້ອງນ້ອຍ ເຍົາວະຊົນ ອານຸຊົນລາວ
ໃນຫົວຂໍ້: “ອະນາຄົດຂອງພວກຫຼານ ຄືອະນາຄົດຂອງຊາດ”
.
.