
ຊົມເຊີຍ!! ຫ້ອງການ ຄບຕ ອະນາໄມຂີ້ເຫຍື້ອຈາກບຸກຄົນທີ່ມັກງ່າຍຖິ້ມຊະຊາຍ ສ້າງຄວາມບໍ່ສະອາດໃຫ້ບ້ານເມືອງ !
30th May 2020ວັນທີ 29 ພຶດສະພາ 2020 ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ( ຄບຕ ) ໄດ້ອະນາໄມຂີ້ເຫຍື້ອຖະໜົນ 450 ປີ ເຊິ່ງເກີດມາຈາກບຸກຄົນທີ່ມັກງ່າຍຖິ້ມຊະຊາຍ ສ້າງຄວາມບໍ່ສະອາດ ໃຫ້ແກ່ບ້ານເມືອງ.
.
ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຊາວນະຄອນຫລວງວຽງຈັນ ຊ່ວຍເປັນຫູເປັນຕາຊ່ວຍກັນ ໃນກໍລະນີພົບເຫັນຜູ້ລັກຖິ້ມຂີ້ເຫຍື້ອໃຫ້ຖ່າຍຮູບເລກທະບຽນລົດ ຫຼື ຄົນທີ່ລັກຖິ້ມຂີ້ເຫຍື້ອໄວ້ເປັນຫຼັກຖານ ແລ້ວສົ່ງມາໃຫ້ພາກສ່ວນຮັບຜິດຊອບ ເບີໂທ 020 56621164 ທ່ານຈະໄດ້ຮັບການສົມມະນາຄຸນ 30% ຂອງມູນຄ່າປັບໃໝ.
.
.
.
ຫ້ອງການບໍລິຫານ ແລະຄຸ້ມຄອງຕົວເມືອງ ນວຈ