
ການປັກແສ່ວ ຂອງເດັກນ້ອຍຍິງ ໃນຫລວງພຣະບາງ ເມື່ອປີ ຄສ 1920
30th May 2020ຄິດວ່າ ນີ້ແມ່ນບັນດາເດັກນ້ອຍ ລູກຫລານຈາກໂຮງຕ່າງໆ ໂຮງວັງຫນ້າ ໂຮງວັງກາງ ໂຮງວັງຫລັງ ແລະໂຣງຣາຊສັມພັນ ທີເຂົ້າມາຮຽນເລື່ອງການຫຍິບປັກທັກແສ່ວ ເພາະຫລວງພຣະບາງ ເປັນທີນິຍົມເລື່ອງການປັກດິງ ສຳລັບເຄື່ອງພິທີກັມຕ່າງໆທາງສາສະໜາ ຕ່າງໆ ເຊັ່ນ : ຂັນຕາລະບັດ ຫມອນເທົ້າ ຮູບພຣະບົດ …
.
ເຄື່ອງທີກ່ຽວຂອງກັບພິທີຕ່າງໆຂອງພຣະຣາຊວັງ ເສື້ອຜ້າອາພອນ ຂອງຣາຊວົງ… ດັ່ງນັ້ນ ລູກຫລານຜູ້ຍິງ ຈຶ່ງຖືກມາຮ່ຳຮຽນແຕ່ຍັງນ້ອຍໆ ເພື່ອໃຫ້ມີຄວານຊຳນິຊຳນານ ແລະຝຶກຝົນຈຶ່ງເກີດຄວາມເລິ້ງເຄີຍ
ນຳສະເໜີໂດຽ : ນະຄອນຫລວງພຣະບາງ Luangprabang City