
ດ່ວນ ! ເກີດລູກແຝດຊາຍ ຮ່າງກາຍຕິດກັນຜິດປົກກະຕິ
27th May 2020ແພດທີ່ຈໍາປາສັກ ຊ່ວຍເກີດລູກແຝດ ຮ່າງກາຍຕິດກັນ ແບບບໍ່ປົກກະຕິ
ຜູ້ໃຊ້ເຟດບຸກ Loth Souksavanh ໃຫ້ຮູ້ວ່າ ໃນຕອນເຊົ້າ ເວລາປະມານ 4:50 ວັນທີ່ 27 ພຶດສະພາ 2020 ທີ່ໂຮງໝໍແຂວງຈໍາປາສັກ, ຂະແໜງອອກລູກພະຍາດຍິງ ໄດ້ຊ່ວຍເກີດລູກ ຝາແຝດ ທີ່ມີຄວາມຜິດປົກກະຕິ ເພາະຮ່າງກາຍຕິດກັນ.
ເດັກທີ່ເກີດເປັນເພດຊາຍ, ເປັນຝາແຝດ ຕົວຕິດກັນ.
.
ສ່ວນລຸ່ມຂອງຮ່າງກາຍທີ່ຕິດກັນ ມີ ອະໄວຍະວະເພດຊາຍ 1 ອັນ, ມີ 3 ຂາ ແຕ່ບໍ່ມີຮູທະວານ.
.