
ຕູ້ແບ່ງປັນຄວາມສຸກ ຕູ້ທີ 2 ຕັ້ງໄວ້ ໜ້າປ້າຍລົດເມ ຫໍພັກມະຫາວິທະຍາໄລແຫ່ງຊາດ
23rd May 2020ຕູ້ທີສອງມາແລ້ວ! ຕູ້ແບ່ງປັນຄວາມສຸກ ຕູ້ທີ 2 ຖືກຕິດຕັ້ງໄວ້ທີ່ ໜ້າປ້າຍລົດເມ ຫໍພັກມະຫາວິທະຍາໄລແຫ່ງຊາດ
ເນື່ອງຈາກວັນທີ 19 ພຶດສະພາ 2020 ທີ່ຜ່ານມາ, ໄດ້ມີພາກສ່ວນທຸລະກິດເອກຊົນ ນຳເອົາຕູ້ແບ່ງປັນຄວາມສຸກ ໄປຕິດຕັ້ງໄວ້ທີ່ ໜ້າວັດມີໄຊ ເຊິ່ງຖືວ່າເປັນຈຸດທຳອິດ
.
ມື້ນີ້ ວັນທີ 22 ພຶດສະພາ 2020, ພາກສ່ວນທຸລະກິດເອກະຊົນ ໄດ້ນຳເອົາຕູ້ແບ່ງປັນຄວາມສຸກ ໜ່ວຍທີ 2 ໄປຕິດຕັ້ງໄວ້ທີ່ ປ້າຍລົດເມ ຫໍພັກມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ