
ຊົມເຊີຍຄວາມສາມັກຄີ ເມືອງເງິນ ສ້າງເສັ້ນທາງຮ່ອມເບຕົງພາຍໃນບ້ານເອງ
22nd May 2020ຕົນເປັນທີ່ເພິ່ງຂອງຕົນ ເຮັດເອງໂລດແລ້ວ ຂໍຊົມເຊີຍຄວາມສາມັກຄີຂອງຊາວບ້ານ
ປະຊາຊົນບ້ານຂອນອອກເຮັດສ້າງທາງ ເບຕົງ290ແມັດ
ບ້ານຂອນເປັນໜຶ່ງໃນ 22 ບ້ານທົ່ວເມືອງເງິນ ແຂວງໄຊຍະບູລີ ຕັ້ງຢູ່ໃນເທດສະບານເມືອງ ມີ 37 ໜ່ວຍ, ມີ 352 ຄອບຄົວ, ມີພົນລະເມືອງ 1.522 ຄົນ,ຍິງ 786 ຄົນ.
ໄລຍະຜ່ານມາ ແມ່ນໄດ້ເອົາໃຈໃສ່ໃນການພັດທະນາບ້ານຢ່າງຮອບດ້ານ ໂດຍຕິດພັນກັບແຜນພັດທະນາເສດຖະກິດຂອງເມືອງ ກໍຄືແຜນພັດທະນາຂອງບ້ານ ເປັນຕົ້ນແມ່ນດ້ານເສດຖະກິດ,ວັດທະນະທຳ-ສັງຄົມ ພື້ນ ຖານໂຄງລ່າງ ແລະ ອື່ນໆ.
ອັນທີ່ພົ້ນເດັ່ນປະຊາຊົນ ໄດ້ຮ່ວມໃຈສາມັກຄີໃນການກໍ່ສ້າງເສັ້ນທາງຮ່ອມເບຕົງພາຍໃນບ້ານ ມາຮອດປັດຈຸບັນແມ່ນສຳເລັດ 290 ແມັດ.