
ເພື່ອຊາດ! ຊົມເຊີຍທະຫານກອງພັນ 413 ຫຼວງພະບາງ ຊ້ອມຍິງລູກປືນແທ້
20th November 2019ທະຫານເປັນຮົ້ວປ້ອງກັນຊາດ, ປົກປັກຮັກສາເຂດນໍ້າດິນແດນ, ອະທິປະໄຕ ແລະ ຜືນແຜນດິນອັນແສນເຄົາລົບຮັກຂອງປະຊາຊົນທຸກຊົນເຜົ່າ, ເປັນກ້ອນກຳລັງມີບົດບາດສຳຄັນຢູ່ແຖວໜ້າສະເໝີິ ບໍ່ຍາມສົງຄາມ ຫຼື ຍາມສັນຕິພາບ ທະຫານມີບົດບາດ ແລະ ພາລະໜ້າທີ່ສຳຄັນ ທີ່ປະກອບສ່ວນຊ່ວຍເຫຼືອຊາດ, ປະຊາຊົນ ສົມແລ້ວຈິ່ງໄດ້ນາມມະຍົດເປັນທະຫານກ້າ ຜູ້ຕ່ອຍຕີສັດຕູໃຫ້ປາລາໄຊ ພ້ອມທັງຝຶກຝົນຫຼໍ່ຫຼອມຕົນເອງໃຫ້ຢູ່ໃນທ່າກຽມພ້ອມຢູ່ສະເໝີ ໃນຍາມຊາດຕ້ອງການ!!!
ດັ່ງນັ້ນ, ມາໃນວັນທີ 15 ພະຈິກ ປີ 2019 ນີ້ ກອງພັນ 413 ທະຫານແຂວງຫຼວງພະບາງ ໄດ້ຈັດຕັ້ງຊ້ອມຮົບຍິງລູກປືນແທ້ ຢູ່ທີ່ສະໜາມຜາຕ້ອງລົມ ເຂດກຸ່ມບ້ານຈີມ ເມືອງພູຄູນ ແຂວງ ຫຼວງພະບາງ ໂດຍການເຂົ້າຮ່ວມຊົມຂອງ ສະຫາຍ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ກໍາມະການພັກແຂວງ ພ້ອມດ້ວຍຄະນະກອງບັນຊາການທະຫານແຂວງຫຼວງພະບາງ; ສະຫາຍ ວຽງທອງ ຫັດສະຈັນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງພູຄູນ, ມີແຂກຖືກເຊີນ ແລະ ພະນັກງານ – ນັກຮົບພາຍໃນກອງພັນ 413 ເຂົ້າຮ່ວມ.
ພາຍຫຼັງທີ່ໄດ້ຈັດຕັ້ງກະກຽມ ແລະ ອົບຮົມພາກທິດສະດີ ມາເປັນເວລາ 15 ວັນ ເຊິ່ງໃນນັ້ນແມ່ນໄດ້ອົບຮົມພາວະການກຽມພ້ອມສູ້ຮົບ ໄປສູ່ພາວະເພີ່ມທະວີ ຫັນໄປສູ່ພາວະຄົບຖ້ວນ. ໂດຍໄດ້ຮັບຟັງການລາຍງານແຜນຮ່າງສູ້ຮົບ.
ຈາກສະຫາຍ ພັນໂທ ຄໍາຊາງ ມະນີຈັນ ຫົວໜ້າການທະຫານກອງພັນ ເຊິ່ງໄດ້ໃຊ້ກໍາລັງທະຫານຫາບ 1 ກອງຮ້ອຍ, ໃຊ້ປືນເດກາ 82 ເຕ 78 ມມ, 12,7 ມມ, ປືນຄົກ 60 ມມ – 82 ມມ, ເບ 41 ມມ, ປືນກົນຈັກອາເຣເປເດ, ແອັດສະແວແດ, ປືນລາບອາກາ ແລະ ປືນຍິງລູກກະສູນສັນຍານຕື່ມອີກຈໍານວນໜຶ່ງ.
ເຊິ່ງການຊ້ອມຮົບແມ່ນສາມາດຍິງທໍາລາຍດັບສູນເປົ້າໝາຍສໍາເລັດຕາມກໍລະນີທີ່ວິຊາການໄດ້ຈັດຕັ້ງສ້າງຂຶ້ນ.
ຂ່າວ: ສອນ ວັນນິສາ.