
ໂຄວິດບໍ່ຊາ ນ້ຳກໍມາອີກ ສະຫະລັດອາເມລິກາປະເຊີນກັບ ເຂື່ອນແຕກ 2 ແຫ່ງ ໃນມື້ດຽວກັນ
21st May 2020ຕາມຂ່າວຕ່າງປະເທດລາຍງານໃນວັນທີ 20 ພຶດສະພາ 2020 ຜ່ານມາ: ເປັນຂ່າວທີ່ບໍ່ດີປານໃດ ຂອງຕ່າງປະເທດ ທີ່ພົບກັບໄພພິບັດ ນອກຈາກສະຖານະການໄວຣັສໂຄວິດ19 ລະບາດຍັງບໍ່ທັນຫາຍດີ ລ່າສຸດປະເທດສະຫະລັດ ຍັງຕ້ອງຜະເຊີນກັບເຫດຄັ້ງຍິ່ງໃຫຍ່
.
ຄືເກີດເຫດເຂື່ອນແຕກ 2 ແຫ່ງພ້ອມກັນ ເຮັດໃຫ້ລັດທະບານຕ້ອງປະກາດພາວະສຸກເສີນດ່ວນ
ໂດຍສະຫະລັດ ໄດ້ປະກາດພາວະສຸກເສີນໃນມີຊີແກນ ເນື່ອງຈາກເກີດເຫດເຄື່ອນແຕກພ້ອມກັນ 2 ແຫ່ງທີ່ຫ່າງກັນບໍ່ເຖິງຊົ່ວໂມງ
.
ປະຊາຊົນຢູ່ໃນພື້ນທີ່ດັ່ງກ່າວຕ້ອງອົບພະຍົບໜີຕາຍກ່ວາໝຶ່ນຊີວິດ ບ້ານເມືອງຈົມຫາຍພາຍໃນພິບຕາ
.
ໂດຍທັງ 2 ເຄື່ອນທີ່ແຕກຄື
ເຄື່ອນອີເດນວິນ ແລະ ເຄື່ອນແຊນຟອດ ຕັ້ງຢູ່ໃກ້ເມືອງມີດແລນ ລັດມີຊີແກນ ສ່ວນສາເຫດການແຕກນັ້ນຍັງບໍ່ທັນລະບຸສາເຫດໄດ້
ທາງການທ້ອງຖິ່ນຂອງເມືອງມິດແລນ ຈຶ່ງປະກາດພາວະສຸກເສີນແລະຮີບສັ່ງອົບພະຍົບປະຊາຊົນກວ່າ 42,000 ຄົນອອກຈາກພື້ນທີ່ປະສົບໄພ ພ້ອມຮ້ອງຂໍຄວາມຊ່ວຍເຫລືອຈາກກອງທັບສະຫະລັດ ເຂົ້າມາຊ່ວຍເຫລືອໂດຍດ່ວນ ຫລັງທຳອິດຄິດວ່າຮັບມືເອງໄດ້ແຕ່ຫລັງຈາກປະລິມານນ້ຳເລີ່ມໄຫລແຮງເຂົ້າເມືອງໄປເລື່ອຍໆ ເຮັດໃຫ້ຄິດໄດ້ວ່າມັນເລີ່ມຄຸມບໍ່ຢູ່ແລ້ວ
ຍັງບໍ່ຮູ້ແນ່ຊັດວ່າເປັນຫຍັງເຂື່ອນຈຶ່ງແຕກ ແຕ່ກໍ່ສັນນິດຖານໄດ້ວ່າອາດເກີດຈາກຝົນຕົກຫນັກຕິດຕໍ່ກັນເມື່ອວັນທີ່ 19 ພຶດສະພາ ທີ່ຜ່ານມາ…
ຂໍສົ່ງກຳລັງໃຈໃຫ້ປະຊາຊົນທີ່ປະສົບໄພພົ້ນວິກິດໄປໂດຍໄວ
ຄຣິບ