
ນັກທ່ອງທ່ຽວ ແລະ ແຮງງານທີ່ຕົກຄ້າງສັນຊາດຈີນກວ່າ 300 ຄົນໄດ້ກັບປະເທດແລ້ວ!
20th May 2020ໃນວັນທີ 19 ພຶດສະພາ 2020 ເຂດເສດຖະກິດພິເສດ ສາມຫຼ່ຽມທອງຄໍາ, ແຂວງບໍ່ແກ້ວ ຫນ່ວຍງານຮັບຜິດຊອບໄດ້ຈັດສົ່ງນັກທ່ອງທ່ຽວ ແລະ ແຮງງານທີ່ຕົກຄ້າງສັນຊາດຈີນ,ຈຳນວນ 300 ກວ່າຄົນກັບຄືນປະເທດ.
ທັງນີ້, ເນື່ອງຈາກ ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ເຂດເສດຖະກິດພິເສດ ປະຕິບັດມາດຕະການປ້ອງກັນ ແລະ ຄອບຄຸມການລະບາດຂອງໂຄວິດ-19 ໂດຍມີການ ປິດກິດຈະການຊົ່ວຄາວມາໄລຍະໜຶ່ງ ໂດຍສະເພາະມາດຕະການ ຄຸ້ມເຂັ້ມການເຂົ້າ-ອອກ
ທີ່ມາ: Lao Youth Radio FM 90.0 Mhz