
ເຈົ້າເມືອງລະຄອນເພັງລົງຕິດຕາມຊຸກຍູ້ປະຊາຊົນ 2 ບ້ານ ສ້ອມແປງຂົວຂ້າມຫ້ວຍເຊືອກ
19th May 2020ທ່ານ ສົມໃຈ ອຸ່ນຈິດ ເຈົ້າເມືອງໆລະຄອນເພັງ, ພ້ອມດ້ວຍ ທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງ ແລະ ທ່ານ ສົມພອນ ຄໍາໂສພາ ຫົວໜ້າຫ້ອງວ່າການປົກຄອງເມືອງ ໄດ້ລົງຕິດຕາມ, ຊຸກຍູ້,
ພ້ອມທັງມອບປູນ 1 ໂຕນ ໃຫ້ອົງການຈັດຕັ້ງພໍ່ແມ່ປະຊາຊົນ 2ບ້ານຄື: ບ້ານນາຂັ້ນໄດ ແລະ ບ້ານດົງຕະຫຼຸງ ເມືອງລະຄອນເພັງ, ແຂວງສາລະວັນ
.
ເພື່ອນໍາໄປບູລະນະສ້ອມແປງຂົວຂ້າມຫ້ວຍເຊືອກ ລະຫວ່າງບ້ານ ນາຂັ້ນໄດ ກັບ ບ້ານ ດົງຕະຫຼຸງ ທີ່ຖືກນໍ້າພັດໃນປີຜ່ານມາ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນ ມີຄວາມສະດວກໃນການທຽວໄປມາຫາສູ່ກັນໄດ້ທັງສອງລະດູ.
.
ໂດຍ: ນັກຂ່າວເມືອງລະຄອນເພັງ
ຈາກ: Medialaos, salavan