
ພາບເກົ່າຫາເບິ່ງໄດ້ຍາກ! ການຮ່ອນແກ້ວ, ຮ່ອນຄຳ ໃນອະດີດຂອງແຂວງບໍ່ແກ້ວ
13th May 2020ເມື່ອກ່ອນເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ແມ່ນມີຊື່ສຽງດ້ານການຂຸດຄົ້ນແກ້ວສີຟ້າ ໄພລິນ (ພາສາອັງກິດ Blue Sapphire) ເປັນທີ່ຮູ້ຈັກກັນດີແມ່ນເອີ້ນວ່າ “ແກ້ວບໍ່ແກ້ວ” ຫຼື “ແກ້ວຫ້ວຍຊາຍ” ມີວີທີດັ້ງເດີມຄືການ “ຮ່ອນແກ້ວ” ໃນນ້ຳຂອງ ແລະ ແມ່ນ້ຳຫ້ວຍທົ່ວໄປ ຖືເປັນອາຊີບຫນຶ່ງທີ່ສ້າງລາຍໄດ້ໃຫ້ແກ່ປະຊາຊົນໃນສະໄໝນັ້ນ ແລະ ເຄື່ອງປະດັບທີ່ເຮັດມາຈາກແກ້ວ ແຂວງບໍ່ແກ້ວກໍເປັນທີ່ນິຍົມຫຼາຍ.
*
ປັດຈຸບັນບໍ່ແນ່ໃຈວ່າຍັງມີຫລົງເຫລືອ ຫຼື ຍັງມີການຂຸດຄົ້ນຢູ່ບໍ່ ໃຜທີ່ຮູ້ເລື່ອງລາວ ຫຼື ປະຫວັດເກົ່າໆສາມາດເລົ່າສູ່ກັນຟັງໄດ້.
*
ຂໍ້ມູນ: All About Bokeo ຮູບຈາກ : Gonzal